ຫວຽດນາມແມ່ນໜຶ່ງໃນບັນດາເສົາຄ້ຳໃນນະໂຍບາຍ“ມຸ່ງໄປສູ່ທິດຕາເວັນອອກ”ຂອງອິນເດຍ
ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Salman Khurshid
(ພາບ: Topnews)
(vovworld) - ຫວຽດນາມແມ່ນໜຶ່ງໃນບັນດາເສົາຄ້ຳໃນນະໂຍບາຍ“ມຸ່ງໄປສູ່ທິດຕາເວັນອອກ”ຂອງອິນເດຍ ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Salman Khurshid ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ New Delhi, ກ່ອນການຢ້ຽມຢາມ ອິນເດຍ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແຕ່ວັນທີ 19 – 22/11, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ Manmohan Singh.
ທ່ານລັດຖະມົນຕີການຕ່າງປະເທດ Salman Khurshid ເນັ້ນໜັກວ່າ: ອິນເດຍ ລໍຄອຍການຢ້ຽມຢາມນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ເຊື່ອໝັ້ນວ່າ ນີ້ຈະແມ່ນບາດລ້ຽວໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີການຕ່າງປະເທດ Salman Khurshid ຖືວ່າ: ປະຈຸບັນ, ອິນເດຍ ແລະ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອເປີດກ້ວາງການຮ່ວມມື 2 ຝ່າຍ. ໃນປີນີ້, ວົງເງິນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນ 40% ແລະ New Delhi ເຊື່ອໝັ້ນວ່າ: 2 ປະເທດຈະບັນລຸຈຸດໝາຍ 7 ຕື້ USD ໃນປີ 2015. ການລົງທຶນຂອງ ອິນເດຍ ເຂົ້າ ຫວຽດນາມ ກໍ່ເພີ່ມຂຶ້ນສູງ, ແຕ່ຍັງມີບໍລິສັດ ອິນເດຍ ຫຼາຍແຫ່ງຢາກເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານລັດຖະມົນຕີ Salman Khurshid ຕີລາຄາສູງເລື່ອງສ້າງຕັ້ງສາຍການບິນໂດຍກົງ, ປະຈຸບັນພວມໄດ້ຮັບການສົ່ງເສີມຈາກບັນດາອົງການທີ່ກ່ຽວຂ້ອງ, ຈະສ້າງກຳລັງໜູນອັນໃຫຍ່ຫຼວງ ໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດ, ການທ່ອງທ່ຽວ ແລະ ພົວພັນແລກປ່ຽນລະຫວ່າງ ປະຊາຊົນ 2 ປະເທດ.
ໃນຂະນະນັ້ນ, ໃນວັນທີ 15 - 16/11, ບັນດາສຳນັກຂ່າວສານໃຫຍ່ຂອງ ອິນເດຍ ລ້ວນແຕ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ອິນເດຍຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ບັນດາສຳນັກຂ່າວສານໄດ້ໄຈ້ແຍກວ່າ: ອິນເດຍ ແລະ ຫວຽດນາມ ມີການພົວພັນມິດຕະພາບສະໜິດສະໜົມ, ເຊິ່ງສະແດງອອກຜ່ານການແບ່ງປັນຜົນປະໂຫຍດ, ການຮ່ວມມື ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ. ການພົວພັນ 2 ຝ່າຍ ຫວຽດນາມ - ອິນເດຍ ໄດ້ພັດທະນາຢ່າງແຮງໃນໄລຍະມໍ່ໆມານີ້ ແລະ ແນ່ນອນວ່າຈະໄດ້ຮັບການຊຸກຍູ້ຢ່າງແຮງໃນການຢ້ຽມຢາມຄັ້ງນີ້.