ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືໃນການອອກແຮງງານ

ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືໃນການອອກແຮງງານ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຄະ​ນະ

 (vovworld) ​​-  ວັນ​ທີ 17/11, ຢູ່​ມົກສກູ, ທີ່​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ຮັບຜິດຊອບ​ອົງການ​​ເຂົ້າ​ເມືອງ​ສະຫະພັນ​ລັດ​ເຊຍ Konstatin Romodanovsky ກ່ຽວ​ກັບ​ບັນດາບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ການ​ຮ່ວມ​ມື​​ໃນ​ການ​ອອກ ແຮງ​ງານ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ, ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ​ປະຈຳ​ສະຫະພັນ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຄວນ​ມີ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ສ້າງ​ຕັ້ງ ​ແລະ ​ເພີ່ມ​ທະວີ​ກຸ່ມ​ສົມທົບ 2 ຝ່າຍ ( ຫວຽດນາມ-​ລັດ​ເຊຍ)​ໂດຍ​ໄວ ​​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ເໝາະ​ສົມ​ ກັບ​ນ້ຳ​ໃຈ​ມະນຸດສະທຳ​ຢ່າງ​​ທັນ​ການ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ລັດ​ເຊຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ກໍ່​ຍົກ​ອອກ​ຂໍ້​ລິ້​ເລີ່​ມ​ເປີດ​ກ້ວາງ​ການ​ຮ່ວມ​ມື​​ໃນ​ການ​ອອກ ແຮງ​ງານ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ ​ແລະ ອຸດສາຫະກຳ​ເບົາ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສູນວັດທະນະທຳ-​ການ​ຄ້າ​ຮ່າ​ໂນ້ຍຢູ່​ມົດສກູຢ່າງ​ສູງ​ສຸດ ​ເພື່ອ​​ໃຫ້ສູນ​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ຊາດ ຫວຽດນາມ-​ລັດ​ເຊຍ. ສ່ວນ​ທ່ານ​ລັດຖະມົນຕີລັດ​ເຊຍ Romodanovsky ​ໃຫ້​ຮູ້​ວ່າ: ອົງການ​ເຂົ້າ​ເມືອງ​ສະຫະພັນ​ລັດ​ເຊຍ​ ຈະ​ຜັນ​ຂະຫຍາຍ​ ​ການຊີ້​ນຳ​ນຳພາຂອງ​ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ກ່ຽວ​ກັບ​ແຜນນະ​​ໂຍບາຍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍຢ່າງ​ຕັ້ງໜ້າ. 2 ຝ່າຍ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​​ແຜນການ​ຮ່ວມ​ມືຢ່າງ​ລະອຽດ ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານ​​ສື່ສານ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ອອກ​ແຮງ​ງານ, ຊອກ​ຫາ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ຢ່າງ​ລະອຽດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລັດ​ເຊຍ​ເທື່ອ​ລະ​ກ້າວ, ພິ​ເສດ​ຢູ່​ເຂດ​ມົດສກູ.

 


ຂ່າວ/ບົດ​ອື່ນ