ຫວຽດນາມແລະອີຕາລີພວມຢູ່ໃນໄລຍະເວລາອັນດີງາມທີ່ສຸດຂອງການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) -ການພົວພັນ ຫວຽດນາມ ແລະ ອີຕາລີ ພວມຢູ່ໃນໄລຍະເວລາອັນດີງາມທີ່ສຸດ ນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດໃນປີ 1973.

ຫວຽດນາມແລະອີຕາລີພວມຢູ່ໃນໄລຍະເວລາອັນດີງາມທີ່ສຸດຂອງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1 ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອີຕາລີ ກາວຈິ໋ງທ້ຽນ

(ພາບ: TTXVN)

ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອີຕາລີ ກາວຈິ໋ງທ້ຽນ ໄດ້ຢັ້ງຢືນຄືດັ່ງກ່າວເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ (23 ມີນາ 1973 – 23 ມີນາ 2018).

ຕາມທ່ານ ເອກອັກຄະລັດຖະທູດ ກາວຈິ໋ງທ້ຽນ ແລ້ວ, ໃນ 5 ປີຜ່ານມາ, ພາຍຫຼັງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ສອງປະເທດໄດ້ບັນລຸຜົນງານສຳຄັນຫຼາຍຢ່າງ ເຊິ່ງໄດ້ສະແດງອອກຜ່ານວຽກງານ 2 ຝ່າຍໄດ້ຕັ້ງໜ້າແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ເພື່ອເຮັດໃຫ້ການພົວພັນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນເລິກເຊິ່ງກວ່າອີກ. ໃນບັນດາການພົບປະ, ການນຳຂັ້ນສູງ ອີຕາລີ ໄດ້ຢັ້ງຢືນຄວາມຕັດສິນໃຈໃນການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ, ຖື ຫວຽດນາມ ແມ່ນຈຸດນັດພົບຂອງບັນດາວິສາຫະກິດ ອີຕາລີ ແຕ່ນີ້ເຖິງປີ 2020. ໃນຂົງເຂດເສດຖະກິດ, ຫວຽດນາມໄດ້ກາຍເປັນຄູ່ຄ້າໃຫຍ່ສຸດຂອງ ອີຕາລີ ໃນກຸ່ມບັນດາປະເທດ ອາຊຽນ.

ເພື່ອນຳການພົວພັນ 2 ປະເທດໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ທ່ານ ເອກອັກຄະລັດຖະທູດ ກາວຈິ໋ງທ້ຽນ ຖືວ່າ ນອກຈາກບັນດາກົນໄກການຮ່ວມມືທີ່ມີປະສິດທິຜົນແລ້ວນັ້ນ, 2 ຝ່າຍຕ້ອງສະໜັບສະໜູນການຊອກຮູ້ ແລະ ເປີດກວ້າງຕະຫຼາດສົ່ງອອກຂອງບັນດາວິສາຫະກິດ 2 ປະເທດ, ສືບຕໍ່ໂຄສະນາເຜີຍແຜ່ວັດທະນະທຳ ແລະ ການທ່ອງທ່ຽວອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ