ຫວຽດນາມແລະອິນໂດເນເຊຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມແລະອິນໂດເນເຊຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
ທ່ານ​ພົນ​ວາ​ທີ Harryoko Sukarto ແລະ ພົນ​ໂທ ຫງວຽນ​ຈີ໋ວີ້ງ
(ພາບ: Hồng Pha)

(vovworld) - ​​​​​​ຕອນ​ບ່າຍ​ວັນ​ທີ 1/12, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈີ໋ວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສູນ​ຄົ້ນ​ຄ​້​ວາ​ຍຸດ​ທະ​ສາດ​ກຳ​ລັງ​ປະ​ກອບ​ອາ​ວຸດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ໂດຍ​ທ່ານ​ພົນ​ວາ​ທີ Harryoko Sukarto, ຜູ້​ອຳ​ນວຍ​ການ​​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດກຳ​ລັງ​ປະ​ກອບ​ອາ​ວຸດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ເປັນ​ຫົວ​ໜ້າ​ຄະ​ນະ. ນະ​ທີ່ນີ້, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ ສະ​ເໜີ​ໃຫ້ ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດກຳ​ລັງ​ປະ​ກອບ​ອາ​ວຸດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ກຳ​ນົດ, ສ້າງ​ແຜນ​ການ​ຮ່ວມ​ມື​ລະ​ອຽດ ໃນ​ຂົງ​ເຂດ​ວຽກ​ງານ​ຕ່າງໆ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ​ຄວນ​ມີ​ແຜນ​ນະ​ໂຍ​ບາຍ​ຍົກ​ລະ​ດັບ​​ການ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຂຶ້ນ​ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ, ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ, ພົບ​ປ​​ະ​ຂັ້ນ​ສູງ​ເພື່ອ​ເພີ່ມ​ທ​ະ​ວີ​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ການ​ຮ່ວມ​ມື​ຢ່າງມີ​ປະ​ສິດ​ທິ​ຜົນ, ທັງ​ນີ້ກໍ່ເພື່ອ ອາ​ຊຽນ ສັນ​ຕິ​ພາບ, ສະ​ຖຽ​ນລະ​ພາບ, ວັດ​ທະ​ນາ​ຖາ​ວອນ. ​ທ່ານພົນ​ວາ​ທີ Harryoko Sukarto ຢັ້ງ​ຢືນ ວ່າ: ຍາມ​ໃດ ອິ​ນ​ໂດ​ເນ​ເຊຍ ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດ​ກັບ ຫວຽດ​ນາມ ​ເປັນ​ສຳ​ຄັນ, ຫວັງ​ວ່າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ​ກຳ​ລັງ​ປະ​ກອບ​ອາ​ວຸດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​​ສາຍພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ດ້ານປ້ອງ​ກັນ​ຊາດ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ດີ​ຍິ່ງ​ຂຶ້ນ.



ຂ່າວ/ບົດ​ອື່ນ