ຫວຽດ​ນາມແລະໂອ​ມານປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງຄັ້ງ​ທີ 3

(VOVWORLD) - ໂດຍປະຕິບັດຂໍ້ຕົກລົງລະຫວ່າງສອງກະຊວງການຕ່າງປະເທດ, ແຕ່ວັນທີ 13-14 ຕຸລາ, ທີ່ ໂອມານ, ທ່ານຫງວຽນກວັກເກື່ອງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Khalifa Bin Ali Al Harthy ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂອມານ, ໄດ້ເປັນປະທານຮ່ວມໃນກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 3 ລະຫວ່າງຫວຽດນາມແລະໂອມານ.
ຫວຽດ​ນາມແລະໂອ​ມານປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງຄັ້ງ​ທີ 3 - ảnh 1 ທ່ານຫງວຽນກວັກເກື່ອງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN) 

ໃນໄລຍະເວລາຢູ່ໂອມານ, ທ່ານຮອງລັດຖະມົນຕີຫງວຽນກວັກເກື່ອງໄດ້ມີບັນດາການພົບປະກັບເຈົ້າໜ້າທີ່ຂອງລັດຖະບານໂອມານຈຳນວນໜຶ່ງ; ເຂົ້າຮ່ວມການວາງສະແດງດ້ານການທ່ອງທ່ຽວແລະສະບຽງອາຫານໂອມານ 2019. ທີ່ ບັນດາການພົບປະ, ສອງຝ່າຍໄດ້ມີການແລກປ່ຽນບັນດາມາດຕະການໂດຍແນໃສ່ການຊຸກຍູ້ສາຍພົວພັນການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ… ລະອຽດ, ສອງຝ່າຍສົ່ງເສີມບັນດາວິສາຫະກິດຂອງສອງປະເທດເພີ່ມທະວີການພົບປະແລກປ່ຽນໃນງານຕະຫຼາດນັດ, ງານວາງສະແດງຢູ່ໃນແຕ່ລະປະເທດເພື່ອແນໃສ່ການຊອກຫາບັນດາກາລະໂອກາດການຮ່ວມມືດ້ານທຸລະກິດແຫ່ງການລົງທຶນ; ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ມີການລົງນາມກັນ…

ຕອບກັບ

ຂ່າວ/ບົດ​ອື່ນ