ຫວຽດ​ນາມ​ໄດ້​ຈັດ​ຢູ່ອັນ​ດັບ​ສູງ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ຕາມບົດຂຽນແລ້ວ, ກຳລັງຄວາມສາມາດໃນການແກ້ງແຍ້ງ ທາງການຄ້າ ຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນແລະ ກາຍເປັນສູນຜະລິດທີ່ດູດດື່ມ. ເລື່ອງຫວຽດນາມ ເຂົ້ນເປັນສະມາຊິກອາຊຽນ ໄດ້ສຳເລັດ ແມ່ນຂໍກຸນແຈ ເພື່ອເຮັດໃຫ້ການເຄື່ອນໄຫວທາງການຄ້າມີການເຕີບໂຕຢ່າງແຮງ.
ຫວຽດ​ນາມ​ໄດ້​ຈັດ​ຢູ່ອັນ​ດັບ​ສູງ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ພາບປະກອບ: TTXVN

ຫວ່າງມໍ່ໆມານີ້, ເວັບໄຊຂອງບໍລິສັດຄຸ້ມຄອງສັບຊິນ AXA Investment Managers Asia ເຊິ່ງມີສຳນັກງານຕັ້ງຢູ່ ສິງກະໂປ ໄດ້ລົງບົດຂຽນອະທິບາຍກ່ຽວກັບສາຍເຫດ ທີ່ຫວຽດນາມ ໄດ້ຈັດຢູ່ອັນດັບສູງກ່ຽວກັບປະສິດທິຜົນດ້ານເສດຖະກິດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຄາດຄະເນແງ່ຫວັງໃນການເປີດກວ້າງທີ່ຕັ້ງຂອງ ຫວຽດນາມ ໃນລະບົບນິເວດຜະລິດທົ່ວໂລກ ແລະ ພາກພື້ນ.

ຕາມບົດຂຽນແລ້ວ, ກຳລັງຄວາມສາມາດໃນການແກ້ງແຍ້ງ ທາງການຄ້າ ຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນແລະ ກາຍເປັນສູນຜະລິດທີ່ດູດດື່ມ. ເລື່ອງຫວຽດນາມ ເຂົ້ນເປັນສະມາຊິກອາຊຽນ ໄດ້ສຳເລັດ ແມ່ນຂໍກຸນແຈ ເພື່ອເຮັດໃຫ້ການເຄື່ອນໄຫວທາງການຄ້າມີການເຕີບໂຕຢ່າງແຮງ. ຫວຽດນາມ ກໍ່ໄດ້ລົງນາມບັນດາສັນຍາການຄ້າເສລີ ກັບພື້ນຖານເສດຖະກິດໃຫຍ່ໆຄື: ຈີນ, ສະຫະພາບ ເອີລົບ (EU), ອັງກິດ, ຍີ່ປຸ່ນ, ຜ່ານນັ້ນສ້າງສະພາບແວດລ້ອມສະດວກເພື່ອພັດທະນາການ ພົວພັນທາງການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ