ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ

(VOVWORLD) - ທີ່ສຳນັກງານຂອງຄະນະຜູ້ຕາງໜ້າ ສປປ ລາວ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ
ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ - ảnh 1ຄະນະຜຸ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ອວຍພອນປີໃໝ່ ລາວ ທີ່ສຳນັກງານຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ
(ພາບ:VOV)

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢູ່ນິວຢອກ, ປະເທດ ອາເມລິກາ, ຫາກໍ່ໄປອວຍພອນບັນດາຄະນະຜູ້ຕາງໜ້າ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ ປະຈຳ ສປຊ ເນື່ອງ ໃນໂອກາດບຸນປີໃໝ່ລາວ ແລະ Chol Chnam Thmay ຂອງ ກຳປູເຈຍ 2023.

        ທີ່ສຳນັກງານຂອງຄະນະຜູ້ຕາງໜ້າ ສປປ ລາວ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ຈະສືບຕໍ່ບັນລຸຫຼາຍຜົນງານອັນໃຫຍ່ຫຼວງກ່ວາກ່ຽວກັບທຸກດ້ານ, ຍົກສູງທີ່ຕັ້ງບົດບາດຂອງລາວ ຢູ່ພາກພື້ນ ແລະ ຢູ່ໃນໂລກ.

        ສ່ວນທີ່ສຳນັກງານຂອງຄະນະຜູ້ຕາງໜ້າລາຊະອານາຈັກ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຕີລາຄາສູງບັນດາຜົນສຳເລັດໃນທຸກດ້ານທີ່ ກຳປູເຈຍ ຍາດມາໄດ້ໃນໄລຍະຜ່ານ; ອວຍພອນໃຫ້ ກຳປູເຈຍ ຈັດການເລືອກຕັ້ງສະພາແຫ່ງຊາດ ຊຸດທີ VII (ກໍລະກົດ 2023) ຢ່າງສຳເລັດຜົນ ແລະ ສືບຕໍ່ພັດທະນາວັດທະນາຖາວອນ.

       

ຕອບກັບ

ຂ່າວ/ບົດ​ອື່ນ