ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ ຮວ່າງ​ບິ່ງ​ກວນ ​ລົງເຮັດ​ວຽກຢູ່​ແຂວງ ດ້ຽນບຽນ

(VOVWORLD) - ຕອນເຊົ້າວັນທີ 01 ກໍລະກົດ, ທ່ານ ຮວ່າງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ ໄດ້ເຮັດວຽກກັບການນໍາຫຼັກແຫຼ່ງແຂວງ ດ້ຽນບຽນ ກ່ຽວກັບສະພາບການເຄື່ອນໄຫວການພົວພັນຕ່າງປະເທດຂອງແຂວງໃນໄລຍະຜ່ານມາ ແລະ ໃນຊຸມເດືອນທ້າຍປີ 2020, ບາງເນື້ອໃນກ່ຽວກັບການຮ່ວມມືກັບບັນດາແຂວງຢູ່ທາງພາກເໜືອຂອງລາວ ແລະ ແຂວງຢຸນໜານຂອງ ຈີນ.
ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ ຮວ່າງ​ບິ່ງ​ກວນ ​ລົງເຮັດ​ວຽກຢູ່​ແຂວງ ດ້ຽນບຽນ - ảnh 1ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮວ່າງບິ່ງກວນ  ກ່າວຄໍາເຫັນທີ່ການເຮັດວຽກ 

        ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮວ່າງບິ່ງກວນ ຕັກເຕືອນວ່າ ຕໍ່ໜ້າສະພາບການໂລກພວມມີການຜັນປ່ຽນຫຼາຍຢ່າງ, ໂດຍມີເສັ້ນຊາຍແດນຍາວຕິດກັບລາວ ແລະ ຈີນ, ແຂວງ ດ້ຽນບຽນ ຕ້ອງນໍາການເຄື່ອນໄຫວພົວພັນຕ່າງປະເທດ, ເສດຖະກິດການຕ່າງປະເທດເຂົ້າສູ່ລວງເລິກກວ່າ; ເອົາໃຈໃສ່ເຖິງການເພີ່ມທະວີແລກປ່ຽນປະຊາຊົນ, ບັນດາການເຄື່ອນໄຫວທາງການທູດວັດທະນະທໍາ ປະສົມປະສານກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງເຫດການທາງການເມືອງ, ວັດທະນະທໍາ, ການທ່ອງທ່ຽວ... ບັນຫາຖະແຫຼງຂ່າວໃຫ້ຕ່າງປະເທດຂອງແຂວງກໍຕ້ອງກໍ່ສ້າງເປົ້າໝາຍລະອຽດ ເຊັ່ນ: ດຶງດູດການລົງທຶນ, ການຕໍ່ສູ້ກັບບັນດາອິດທິກໍາລັງເປັນປໍລະປັກ...

        ທ່ານຮວ່າງບິ່ງກວນ ກໍໄດ້ຮັບຮູ້ບັນດາຄໍາເຫັນ, ຂໍ້ສະເໜີແນະຂອງແຂວງດ້ຽນບຽນ, ໃນນັ້ນ ຈະໃຫ້ບຸລິມະສິດຍູ້ໄວຄວາມຄືບໜ້າຍົກລະດັບທ່າອາກາດສະຍານ ດ້ຽນບຽນຝຸ, ຊຸກຍູ້ການເປີດກວ້າງທາງ ອາປາຈ໋າຍ - ລອງຝຸ ກາຍເປັນຄູ່ດ່ານຊາຍແດນສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ