ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຫງວຽນ​ວັນ​ບິ່ງຕ້ອນ​ຮັບຮອງ​ປະ​​ທານ​ຜູ້​ບໍ​ລິ​ຫານກຸ່ມ​ບໍ​ລິ​ສັດQualcommອາ​ເມ​ລິ​ກາ

(VOVWORLD) - ຕອນບ່າຍວັນທີ 12 ທັນວາ, ທີ່ສຳນັກງານສູນກາງພັກ, ທ່ານຫງວຽນວັນບິ່ງຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Alexander H. Rogers, ຮອງປະທານຜູ້ບໍລິຫານກຸ່ມບໍລິສັດ Qualcomm ອາເມລິກາ.
ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຫງວຽນ​ວັນ​ບິ່ງຕ້ອນ​ຮັບຮອງ​ປະ​​ທານ​ຜູ້​ບໍ​ລິ​ຫານກຸ່ມ​ບໍ​ລິ​ສັດQualcommອາ​ເມ​ລິ​ກາ - ảnh 1ທ່ານຫງວຽນວັນບິ່ງຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມໃຫ້ການຕ້ອນຮັບທ່ານ Alexander H. Rogers, ຮອງປະທານຜູ້ບໍລິຫານກຸ່ມບໍລິສັດ Qualcomm ອາເມລິກາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມຫງວຽນວັນບິ່ງຖືວ່າ: ບັນດາລາຍການແລະການເຄື່ອນໄຫວຂອງກຸ່ມບໍລິສັດQualcommຢູ່ຫວຽດນາມແມ່ນສອດຄ່ອງກັບການກຳນົດທິດບຸລິມະສິດການພັດທະນາເຕັກໂນໂລຊີຂອງຫວຽດນາມໃນໄລຍະຈະມາເຖິງ. ທ່ານຫງວຽນວັນບິ່ງສະເໜີໃຫ້ ກຸ່ມບໍລິສັດQualcommສືບຕໍ່ໜູນຊ່ວຍຫວຽດນາມພັດທະນາລະບົບໃຫ້ແກ່ ການປ່ຽນແປງໃໝ່ໃນການປະດິດສ້າງເຕັກໂນໂລຊີ, ໃຫ້ຄຳປຶກສາແກ່ບັນດາອົງການຄຸ້ມຄອງແລະເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດ, ວິສາຫະກິດຂອງຫວຽດນາມ.

ສ່ວນທ່ານຮອງປະທານຜູ້ບໍລິຫານກຸ່ມບໍລິສັດQualcommກໍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມເດີນທາງ, ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານແລະບັນດາວິສາຫະກິດຫວຽດນາມໃນການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີ, ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ,ໜູນຊ່ວຍການStart upເຕັກໂນໂລຊີຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ