ຫົວໜ້າຄະນະເສດຖະກິດສູນກາງເຮັດວຽກກັບຄະນະເຈລະຈາ TPP

ຫົວໜ້າຄະນະເສດຖະກິດສູນກາງເຮັດວຽກກັບຄະນະເຈລະຈາ TPP - ảnh 1
ຫົວໜ້າຄະນະເສດຖະກິດສູນກາງ ເຮັດວຽກກັບຄະນະເຈລະຈາ TPP
(ພາບ: chinhphu.vn)

(vovworld) – ວັນ​ທີ 18/03, ຢູ່​ສຳນັກງານ​ຄະນະ​ເສດ​ຖະກິດ​ສູນ​ກາງ, ທ່ານ ​ເວື​ອງດິງ​ເຫ້ວ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ເຈລະຈາ​ລັດຖະບານ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິກ (TPP). ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ, ທ່ານ ​ເຈີ​ນກວກ​ແຄ໋ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ, ຫົວໜ້າ​ຄະນະ​ເຈລະຈາ​ລັດຖະບານ​ໄດ້​ແລກປ່ຽນ ​ແລະ ລາຍງານ​ຕໍ່​ຫົວ​ໜ້າຄະນະ​ເສດຖະກິດ​ສູນ​ກາງ​ກ່ຽວ​ກັບ​ສະພາບ​ການ, ​ຄວາມ​ຄືບ​ໜ້າ ​ແລະ ໝາກຜົນ​ການ​ເຈລະ​ຈາ TPP.

        ບັນດາ​ການ​ເຈລະ​ຈາ​ກ່ຽວ​ກັບ TPP ​ເລີ່​ມ​ເຄື່ອນ​ໄຫວ​​ເມື່ອ​ປີ 2005 ​ແລະ ມາ​ຮອດ​ປະຈຸ​ບັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 12 ປະ​ເທດຄື: ອົດສຕາ​ລີ, ບຣຸ​​​ໄນ, ກາ​ນາ​ດາ, ຈີ​ເລ, ຍີ​ປຸ່ນ, ມາ​ເລ​ເຊຍ, ​ເມັກ​ຊີ​ໂກ, ນິວຊີ​ແລນ, ​ເປຣຸ, ສິງກະ​ໂປ, ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ບັນດາ​ປະ​ເທດ​ດັ່ງກ່າວ ພວມ​ມານະ​ພະຍາຍາມ​​​ມຸ່ງ​ໄປ​ເຖິງ​ການ​ເຊັນ​ຂໍ້​ຕົກລົງ​ໃນ​ໄລຍະ​ໄວ​ທີ່​ສຸດ. ຕາມ​ການ​ຄິດ​ໄລ່, ​ເມື່ອ​ໄດ້​ຮັບ​ການ​ລົງ​ນາມ, TPP ຈະ​ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ດ້ວຍ​ພົນລະ​ເມືອງ 800 ລ້ານ​ຄົນ, ກວມ​ເອົາ 30% ວົງ​ເງິນ​ການ​ຄ້າທົ່ວ​ໂລກ ​ແລະ ​ເກືອບ 40% ປະລິມານ​ເສດຖະກິດ​ໂລກ.

ຂ່າວ/ບົດ​ອື່ນ