ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຜັນ​ຂະຫຍາຍໜ້າທີ່​ວຽກງານ​ປີ 2020

(VOVWORLD) - ຕອນເຊົ້າວັນທີ 3 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາກອງປະຊຸມສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍໜ້າທີ່ປີ 2020 ຂອງຫ້ອງວ່າການສະພາແຫ່ງຊາດ.
 ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຜັນ​ຂະຫຍາຍໜ້າທີ່​ວຽກງານ​ປີ 2020 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

        ກ່າວຄໍາເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຊົມເຊີຍບັນດາໝາກຜົນ ເຊິ່ງຫ້ອງວ່າການສະພາແຫ່ງຊາດຫວຽດນາມບັນລຸໄດ້ໃນປີ 2019; ພ້ອມທັງຊີ້ແຈ້ງວ່າ: ປີ 2020, ສະພາແຫ່ງຊາດຫວຽດນາມ ດໍາລົງຕໍາແໜ່ງເປັນປະທານກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ ຄັ້ງທີ 41 (AIPA 41) ສະນັ້ນ ສະເໜີໃຫ້ຫ້ອງວ່າການສະພາແຫ່ງຊາດ ສົມທົບກັນຢ່າງແໜ້ນແຟ້ນ, ຮັບໃຊ້ຄະນະຊີ້ນໍາແຫ່ງຊາດ ແລະ ຄະນະຈັດຕັ້ງ AIPA 41 ສ້າງເນື້ອໃນ, ລາຍການບັນດາການເຄື່ອນໄຫວ, ຈັດຕັ້ງເຫດການໃຫ້ລອບຄອບຖີ່ຖ້ວນ, ສົມກຽດ, ປອດໄພ, ມີປະສິດທິຜົນ; ເອົາໃຈໃສ່ເຖິງວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບເນື້ອໃນເຫດການດັ່ງກ່າວໃຫ້ເຖິງປະຊາຊົນທຸກຄົນ. ທ່ານນາງກວ່າວ່າ:

        “ຈົ່ງສືບຕໍ່ປ່ຽນແປງໃໝ່, ດັດແປງວຽກງານເປັນເສນາທິການ, ຮັບໃຊ້ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ບັນດາສະຫາຍຕ້ອງໃກ້ຊິດຕິດແທດກັບບັນດາລາຍການ, ແຜນການ ເຊິ່ງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໄດ້ປະກາດໃຊ້ ເພື່ອກໍ່ສ້າງແຜນການເປັນເສນາທິການ, ຮັບໃຊ້ການຜັນຂະຫຍາຍບັນດາໜ້າທີ່ໂດຍດ່ວນ; ເປັນເຈົ້າການສະເໜີ, ຍົກສູງຄຸນນະພາບຂອງວຽກງານເປັນເສນາທິການ ໃຫ້ຫຼາຍກວ່າອີກ ເພື່ອຮັບໃຊ້ໃຫ້ແກ່ບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສໍາຄັນ, ການເຄື່ອນໄຫວທາງການທູດ...”.

ຕອບກັບ

ຂ່າວ/ບົດ​ອື່ນ