ຫ້ອງວ່າການສະພາແຫ່ງຊາດຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 4
ທ່ານນາງ Tong Thi Phong ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: qdnd.vn)
(vovworld) – ຕອນເຊົ້າວັນທີ 2/5, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກປະຈຸບັນ”. ທີ່ກອງປະຊຸມ, ທ່ານນາງ Tong Thi Phong, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ໄດ້ແນະນຳເນື້ອໃນຊີ້ນຳຜັນຂະຫຍາຍການປະຕິບັດມະຕິກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກປະຈຸບັນ”, ຄຳສັ່ງຂອງກົມການເມືອງ ກ່ຽວກັບການປະຕິບັດມະຕິ, ໄຈ້ແຍກ, ເຮັດແຈ້ງບັນດາທັດສະນະ, ເນື້ອໃນສຳຄັນຂອງມະຕິ. ກອງປະຊຸມກໍໄດ້ຮັບຟັງແນະນຳແຜນການ, ຄຳແນະນຳຂອງຄະນະພັກສະພາແຫ່ງຊາດ, ແຜນການຂອງອົງຄະນະພັກກຸ່ມບັນດາອົງການສູນກາງ ແລະ ແຜນການຂອງອົງຄະນະພັກອົງການຫ້ອງວ່າການສະພາແຫ່ງຊາດ ກ່ຽວກັບການຜັນຂະຫຍາຍການປະຕິບັດມະຕິສູນກາງຄັ້ງທີ 4. ທ່ານ Nguyen Hanh Phuc, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເວົ້າວ່າ:
“ນີ້ແມ່ນກອງປະຊຸມມີຄວາມສຳຄັນທີ່ສຸດ, ຜ່ານການແນະນຳ, ຊາບຊຶມມະຕິ ຈະຊ່ວຍໃຫ້ພະນັກງານ, ສະມາຊິກພັກ ເຫັນໄດ້ຄວາມຈຳເປັນຕ້ອງປະກາດໃຊ້ມະຕິ. ເພື່ອປະຕິບັດມະຕິຢ່າງມີປະສິດທິຜົນ ຄະນະພັກທຸກຂັ້ນ ແລະ ພະນັກງານສະມາຊິກພັກແຕ່ລະຄົນໃນອົງຄະນະພັກ ຕ້ອງກຳແໜ້ນແນວຄິດຊີ້ນຳຂອງກົມການເມືອງ, ກຳແໜ້ນເນື້ອໃນ, ວິທີການດຳເນີນການຕຳນິຕົນເອງ ແລະ ຕຳນິຢູ່ແຕ່ລະຂັ້ນ, ແຕ່ລະເປົ້າໝາຍ, ສ້າງຄວາມເປັນເອກະພາບສູງກ່ຽວກັບເຈດຈຳນົງ ແລະ ການເຄື່ອນໄຫວ, ຜັນຂະຫຍາຍມະຕິຢ່າງເຂັ້ມງວດ, ແໜ້ນແຟ້ນຄົບຊຸດ, ດ້ວຍຄວາມຕັດສິນໃຈດ້ານການເມືອງສູງ ຈຶ່ງສາມາດບັນລຸຈຸດໝາຍທີ່ໄດ້ວາງອອກ”