ຫາງສຽງດ່ານັ້ງ, ແຄ໊ງຮ່ວາຄັດຄ້ານເລື່ອງຈີນ ຖະແຫຼງສ້າງຕັ້ງ “ເມືອງຊີຊາ”, “ເມືອງ ໜານຊາ”

(VOVWORLD) -ນີ້ແມ່ນການກະທຳລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ລະເມີດອະທິປະໄຕ, ສິດອຳນາດອະທິປະໄຕທີ່ບໍ່ອາດໂຕ້ຖຽງກັນໄດ້ຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ

ຫາງສຽງດ່ານັ້ງ, ແຄ໊ງຮ່ວາຄັດຄ້ານເລື່ອງຈີນ ຖະແຫຼງສ້າງຕັ້ງ “ເມືອງຊີຊາ”, “ເມືອງ ໜານຊາ” - ảnh 1 ຮ່ວາງຊາ ແລະ ເຈື່ອງຊາ ແມ່ນເຂດທີ່ຂຶ້ນກັບອະທິປະໄຕຂອງຫວຽນາມ

(ພາບປະກອບ: AMTI/CSIS)

ຂໍ້ມູນຂ່າວກ່ຽວກັບຈີນ ຕົກລົງສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງ ຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບ “ນະຄອນ ຕານຊາ”, ແຂວງ ໄຮນານ, ເຮັດໃຫ້ອຳນາດການປົກຄອງ, ປະຊາຊົນນະຄອນດ່ານັ້ງ, ແຂວງ ແຄ໊ງຮ່ວາ, ເຊິ່ງແມ່ນ 2 ທ້ອງຖິ່ນຄຸ້ມຄອງ 2 ເມືອງຮ່ວາງຊາ ແລະ ເຈື່ອງຊາ ມີຄວາມບໍ່ພໍໃຈ, ຖືນີ້ແມ່ນການກະທຳລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ລະເມີດອະທິປະໄຕ, ສິດອຳນາດອະທິປະໄຕທີ່ບໍ່ອາດໂຕ້ຖຽງກັນໄດ້ຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ຜ່ານສື່ສັງຄົມ Facebook, Zalo ປະຊາຊົນດ່ານັ້ງ ໄດ້ຢັ້ງຢືນວ່າ, ຮ່ວາງຊາ, ເຈື່ອງຊາ ແມ່ນຂອງຫວຽດນາມ ນັບແຕ່ດົນນານມາແລ້ວ. ທ່ານປະລິຍາໂທປະຫວັດສາດ ຫງວຽນມິງຄວາ, ຢູ່ນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

“ຮ່ວາງຊາ ແລະ ເຈື່ອງຊາ ແມ່ນເຂດທີ່ຂຶ້ນກັບອະທິປະໄຕຂອງຫວຽນາມ, ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມ ໄດ້. ສິ່ງດັ່ງກ່າວມີພະຍານຫຼັກຖານປະຫວັດສາດ, ວັດທະນະທຳຢ່າງຄົບຖ້ວນ, ບໍ່ອາດປະຕິເສດ ແລະ ໂຕ້ຖຽງກັນໄດ້, ນັບທັງຫຼັກໝັ້ນສາກົນ. ຍ້ອນເຫດນັ້ນ, ບັນດາການກະທຳຂອງຈີນ ໃນໄລຍະຜ່ານມາແມ່ນສິ່ງບັງອາດ, ລະເມີດອະທິປະໄຕຂອງຫວຽດນາມ ຢ່າງຮ້າຍແຮງ. ພວກຂ້າພະເຂົ້າຄັດຄ້ານສິ່ງດັ່ງກ່າວ”.

ຕອນຄ່ຳວັນທີ 19 ເມສາ, ຄະນະກຳມະການປະຊາຊົນເມືອງຮ່ວາງຊາ, ນະຄອນດ່ານັ້ງ ໄດ້ອອກແຈ້ງການກ່ຽວກັບເລື່ອງຈີນ ສ້າງຕັ້ງ “ເມືອງ ຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບອັນທີ່ເອີ້ນວ່າ “ນະຄອນຕານຊາ”. ແຈ້ງການຊີ້ແຈ້ງວ່າ, ການກະທຳຂອງຈີນ ໄດ້ລະເມີດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ຢ່າງຮ້າຍແຮງ, ລະເມີດກົດໝາຍສາກົນ, ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ. ຄະນະກຳມະການປະຊາຊົນເມືອງ ຮ່ວາງຊາ ຄັດຄ້ານຢ່າງຮຸນແຮງ ແລະ ຮຽກຮ້ອງໃຫ້ຈີນ ລົບລ້າງຂໍ້ຕົກລົງທີ່ຜິດພາດ, ຢຸດຕິບັນດາການກະທຳຜິດກົດໝາຍຢູ່ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ ໂດຍທັນທີ.

ຢູ່ແຂວງແຄ໊ງຮ່ວາ, ທ່ານ ຫງວຽນເຕີ໊ນຕວນ, ປະທານຄະນະກຳມະການປະຊາຊົນແຂວງແຄ໊ງຮ່ວາ, ເນັ້ນໜັກວ່າ ການກະທຳຂອງຈີນ ແມ່ນລະເມີດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

“ພວກຂ້າພະເຈົ້າສະເໜີໃຫ້ຢຸດຕິການກະທຳຜິດພາດດັ່ງກ່າວໂດຍທັນທີ. ອຳນາດການປົກຄອງ ແລະ ປະຊາຊົນແຂວງແຄ໊ງຮ່ວາ ສືບຕໍ່ລະດົມຊາວປະມົງອອກສູ່ທະເລ, ທັງຫາສິນທະເລ, ທັງປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ. ພວກຂ້າພະເຈົ້າສູ້ຊົນເພືື່ອສ້າງເມືອງເກາະເຈື່ອງຊາ ໃຫ້ນັບມື້ນັບເຂັ້ມແຂງ, ສືບຕໍ່ລະດົມໃຫ້ປະຊາຊົນ, ພະນັກງານ, ນັກຮົບຈົ່ງມີຄວາມອຸ່ນອ່ຽນໃຈເພື່ອທຳການຜະລິດ, ຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງບ້ານເກີດເມືອງນອນໄວ້ຢ່າງໝັ້ນຄົງ”.

ຕອບກັບ

ຂ່າວ/ບົດ​ອື່ນ