(VOVWORLD) -ພະນັກງານ, ສະມາຊິກພັກຫຼາຍຄົນຢູ່ແຂວງ ດ້ຽນບຽນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນອາຍຸການຜ່ານມາ
(ພະນັກງານ, ສະມາຊິກພັກຫຼາຍຄົນຢູ່ແຂວງ ດ້ຽນບຽນ ມີຄວາມຫວັງຫຼາຍຢ່າງຕໍ່ອາຍຸການໃໝ່) |
ໂດຍໄດ້ຕິດຕາມກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ແລະ ໄດ້ຮັບຟັງຄຳກ່າວປາໄສອັດກອງປະຊຸມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ພະນັກງານ, ສະມາຊິກພັກຫຼາຍຄົນຢູ່ແຂວງ ດ້ຽນບຽນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນອາຍຸການຜ່ານມາ; ພ້ອມທັງມີຄວາມຫວັງຫຼາຍຢ່າງຕໍ່ອາຍຸການໃໝ່. ທ່ານ ຕາວວັນເຄຶ໊ມ, ຢູ່ນະຄອນ ດ້ຽນບຽນຟຸ, ແຂວງ ດ້ຽນບຽນ, ຖືວ່າ.
“ບໍ່ພຽງແຕ່ກອງປະຊຸມໃຫຍ່ທົ່ວປະເທດເທົ່ານັ້ນ, ນັບທັງກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ, ຂັ້ນຮາກຖານກໍ່ຊາບຊຶມຈິດໃຈຂອງສູນກາງພັກ ໃນການຄັດເລືອກ ກັ່ນກອງບຸກຄະລາກອນ. ອາດເວົ້າໄດ້ວ່າ, ເລື່ອງບໍ່ສະເໜີບັນດາຜູ້ເສື່ອມເສຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີດຳລົງຊີວິດເຂົ້າເປັນສະມາຊິກຂອງຄະນະບໍລິຫານງານ ແມ່ນຜົນສຳເລັດອັນໃຫຍ່ຫຼວງ.”