ຫາງສຽງສາກົນ ກ່າວປະນາມຕໍ່ການຕັດສິນຂອງ ອາມລິກາ ກ່ຽວກັບເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ

(VOVWORLD) -ປາແລັດສະຕິນ ແລະ ຫາງສຽງໃນພາກພື້ນຕາເວັນອອກກາງ ໄດ້ກ່າວປະນາມຄໍາຕັດສິນໃຈຂອງ ອາເມລິກາ ເມື່ອຮັບຮອງເອົາເຂດຕັ້ງຖ່ິນຖານຄົງທີ່ຂອງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດນ ແລະ ກ່າວເຕືອນວ່າ ການກະທໍາດັ່ງກ່າວ ອາດຈະກໍ່ຄວາມຂາດສະຖຽນລະພາບຕໍ່ຄວາມໝັ້ນຄົງ ແລະ ສັນຕິພາບໃນພາກພື້ນ, ທໍາລາຍວິວັດການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ.

         ດັ່ງນັ້ນ, ປະທານາທິບໍດີ ປາແລັດສະຕິນ ແລະ ອົງການປົດປ່ອຍ  ປາແລັດສະຕິນ PLO ໄດ້ຮຽກຮ້ອງໃຫ້ໂລກປະຕິເສດ ແລະ ກ່າວປະນາມຄໍາຕັດສິນໃຈຂອງ ອາເມລິກາ.

        ທ່ານປະທານລັດຖະສະພາ ອາຣັບ  Fahm al – Salami ກໍປະຕິເສດແຈ້ງການຂອງ ອາເມລິກາ, ໂດຍຖືຖະແຫຼງການຂອງ ອາເມລິກາ ແມ່ນລະເມີດກົດໝາຍສາກົນ, ມະຕິສະບັບຕ່າງໆຂອງ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊຢ່າງເປີດແປນ.

        ບັນດາປະເທດໃນພາກພື້ນຄື ຕວກກີ, ຈໍແດນ ກໍໄດ້ຍົກອອກຄໍາກ່າວເຕືອນຕໍ່ຄໍາຕັດສິນໃຈຂອງ ອາເມລິກາ ສໍາລັບບັນດາເຂດຕັ້ງຖ່ິນຖານຂອງຄົງທີ່ ອິດສະຣາແອັນ ຢູ່ໃນເຂດດິນແດນຂອງ ປາແລັດສະຕິນ ແລະ ບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງມັນຕໍ່ວິວັດການສ້າງສັນຕິພາບ. ບັນດາປະເທດ ອາຣັບ ກໍຢັ້ງຢືນວ່າ ບັນດາເຂດຕັ້ງຖິ່ນຖານ ຂອງ ອິດສະຣາແອັນ  ຢູ່ປາແລັດສະຕິນແມ່ນການລະເມີດກົດໝາຍສາກົນ, ທໍາລາຍມາດຕະການຂອງສອງປະເທດ ແລະ ເຮັດໃຫ້ຫຼຸດໂອກາດລົງໃນການບັນລຸໄດ້ສັນຕິພາບຮອບດ້ານ.  ກະຊວງການຕ່າງປະເທດ ລັດເຊຍ ແລະ ອິນໂດເນເຊຍ ກໍອອກສຽງຄັດຄ້ານຕໍ່ຖະແຫຼງການຂອງ ອາເມລິກາ ເຊັ່ນດຽວກັນ.

        ວັນທີ 19 ພະຈິກ, ຫ້ອງວ່າການຂ້າຫຼວງໃຫຍ່ ສປຊ ໃຫ້ຮູ້ວ່າ ບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ ຢູ່ເຂດດິນແດນຂອງ ປາແລັດສະຕິນ ທີ່ຖືກຢຶດຄອງນັ້ນ ແມ່ນລະເມີດກົດໝາຍສາກົນ, ພ້ອມທັງ ຄັດການການປ່ຽນແປງຫຼັກໝັ້ນຂອງອໍານາດການປົກຄອງ ອາເມລິກາ ກ່ຽວກັບເຂດຕັ້ງຖິ່ນຖານນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ