ຫາງ​ສຽງ​ສາ​ກົນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ມຽນ​ມາ

(VOVWORLD) -   ວັນທີ 28 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກກັງວົນຕໍ່ການປະທະກັນລະຫວ່າງ ຕຳຫຼວດ ກັບຜູ້ແຫ່ຂະບວນປະທ້ວງ ຢູ່ມຽນມາ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນກ່າວຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງນີ້.
ຫາງ​ສຽງ​ສາ​ກົນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ມຽນ​ມາ - ảnh 1ກຳລັງຕຳຫຼວດ ຕ້ານການແຫ່ຂະບວນປະທ້ວງຢູ່ Yangon (ພາບ: TTXNV)

ຕາມຫ້ອງວ່າການຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ແລ້ວ, ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 18 ຄົນ ແລະ 30 ຄົນຖືກຮັບບາດເຈັບ ສະເພາະໃນການປະທະກັນທີ່ເກີດຂຶ້ນໃນວັນທີ 28 ກຸມພາ. ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ຢັ້ງຢືນວ່າ ການນໍາໃຊ້ອາວຸດເພື່ອເຮັດໃຫ້ໄດ້ຮັບບາດເຈັບ ແລະ ເສຍຊີວິດນັ້ນ ແມ່ນບໍ່ອາດຍອມຮັບໄດ້. ພ້ອມທັງຮຽກຮ້ອງປະຊາຄົມສາກົນ ຈົ່ງຄຽງບ່າຄຽງໄຫຼ່ ແລະ ສົ່ງສານຢ່າງຈະແຈ້ງ ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງຢູ່ ມຽນມາ.

        ໃນປະຕິກິລິຍາຂອງວັນດຽວກັນ, ສະຫະພາບເອີຣົບ (ອີຢູ) ກ່າວເຕືອນວ່າ ຈະຈັດວາງຄຳສັ່ງລົງໂທດ ມຽນມາ. ກ່ອນໜ້ານັ້ນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອີຢູ ກໍເຫັນດີກ່ຽວກັບບັນດາມາດຕະການລົງໂທດ ມຽນມາ, ພ້ອມທັງຕັດສິນໃຈຢຸດຕິບາງການເຄື່ອນໄຫວທີ່ອຸປະຖຳແກ່ການພັດທະນາ.

        ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken  ກໍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປຂອງການໃຊ້ຄວາມຮຸນແຮງຢູ່ ມຽນມາ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ