ຫາງ​ສຽງສາກົນ ສືບ​ຕໍ່ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ເຫດ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ໃສ່​ສະໜາມບິນ​ສາກົນ Baghdad

(VOVWORLD) -  ທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງພວມເພີ່ມຂຶ້ນໃນປັດຈຸບັນ. 

      ໃນຖະແຫຼງການ, ທ່ານ Farhan Haq ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ຖືວ່າ ນີ້ແມ່ນຈຸດເວລາ ເຊິ່ງການນໍາບັນດາປະເທດຄວນອົດກັ້ນ. ທ່ານເນັ້ນໜັກວ່າ ໂລກບໍ່ຢາກເຫັນປະຈັກຕາສົງຄາມໃດໆເກີດຂຶ້ນຢູ່ເຂດອ່າວນີ້ອີກ.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ ເຫດບຸກໂຈມຕີຂອງ ອາເມລິກາ ເຮັດໃຫ້ ນາຍພົນ Soleimani ຂອງອີຣານ ຖືກເສຍຊີວິດ ຍິ່ງເຮັດໃຫ້ສະພາບການຢູ່ພາກພື້ນຕາເວັນອອກກາງເຄັ່ງຕຶງຂຶ້ນຕື່ມ.

        ສ່ວນທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກະຕຸກຊຸກຍູ້ບັນດາຝ່າຍກ່ຽວຂ້ອງຫຼີກລ້ຽງທຸກການເຄື່ອນໄຫວທີ່ພາໄປເຖິງສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ.

        ເຫັນດີຕໍ່ທັດສະນະດັ່ງກ່າວ, ຕວກກີ ກໍຖືວ່າ ເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ ຢູ່ Baghdad ຈະເຮັດໃຫ້ສະພາບການຢູ່ພາກພື້ນນີ້ ຂາດສະຖຽນລະພາບ.

        ອີຢິບ ກໍສະແດງຄວາມວິຕົກກັງວົນ ກ່ຽວກັບບັນດາການຜັນແປຢູ່ ອີຣັກ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຫຼີກລ້ຽງການກໍ່ຄວາມເຄັ່ງຕຶງຂຶ້ນຕື່ມ.


ຕອບກັບ

ຂ່າວ/ບົດ​ອື່ນ