ຫາງ​ສຽງ​ສາ​ກົນ​ກ່ຽວ​ກັບ​ເລື່ອງ​ອາ​ເມ​ລິ​ກາ​ຢຸດ​ຕິ​ຊົ່ວ​ຄາວ​ການ​ສະ​ໜອງ​ງົບ​ປະ​ມານ​ໃຫ້​ແກ່ WHO

(VOVWORLD) -ໃນຂະນະທີ່ທົ່ວໂລກພວມມານະພະຍາຍາມປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ການພົວພັນລະຫວ່າງ ອາເມລິກາ ແລະ ອົງການອະນາໄມໂລກ (WHO) ເກີດຄວາມເຄັ່ງຕຶງ ເມື່ອວັນທີ 14 ເມສາ ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຖະແຫຼງຢຸດຕິການປະກອບສ່ວນດ້ານການເງິນໃຫ້ແກ່ອົງການນີ້, ພ້ອມທັງໃຫ້ຮູ້ວ່າ ຈະຕີລາຄາບົດບາດຂອງ WHO ກ່ຽວກັບໂລກລະບາດ Covid -19.
ຫາງ​ສຽງ​ສາ​ກົນ​ກ່ຽວ​ກັບ​ເລື່ອງ​ອາ​ເມ​ລິ​ກາ​ຢຸດ​ຕິ​ຊົ່ວ​ຄາວ​ການ​ສະ​ໜອງ​ງົບ​ປະ​ມານ​ໃຫ້​ແກ່ WHO - ảnh 1ພະຍາບານເບິ່ງແຍງດູແລຜູ້ຕິດເຊື້ອພະຍາດ Covid - 19 (ພາບ: AFP/TTXVN) 

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍໃຫຍ່ການ WHO ຖະແຫຼງວ່າ ມີເປັນໜ້າເສຍດາຍຕໍ່ການຕັດສິນໃຈຂອງ ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ຢັ້ງຢືນວ່າ ສິ່ງທີ່ WHO ເອົາໃຈໃສ່ທີ່ສຸດໃນຈຸດເວລານີ້ແມ່ນສະກັດກັ້ນ ເຊື້ອໄວຣັດ ເພື່ອກູ້ຊ່ວຍເອົາຊີວິດຂອງປະຊາຊົນນັບຫຼາຍລ້ານຄົນໃນທົ່ວໂລກ. ທ່ານກໍ່ປະຕິເສດບັນດາຂໍ້ກ່າວຫາຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ວ່າ WHO ມີການກະທຳຢ່າງຊັກຊ້າ ແລະ ບໍ່ອອກຄຳກ່າວເຕືອນໃນໄລຍະເບື້ອງຕົ້ນໂດຍໄວ ໄລຍະທີ່ໂລກລະບາດ Covid – 19 ຫາກໍ່ເກີດຂຶ້ນຢູ່ ອູຫັນ ປະເທດຈີນ.

 ໃນຂະນະນັ້ນ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ການນຳບັນດາປະເທດເອີລົບບໍ່ເຫັນດີເຫັນພ້ອມກັບການຕັດສິນໃຈຂອງ ທ່ານ D.Trump ໃນຊ່ວງເວລານີ້. ອັງກິດກໍ່ຖະແຫຼງວ່າ ຈະບໍ່ປະຕິບັດຕາມອາເມລິກາ ແລະ ຈະປະກອບສ່ວນເງິນ 200 ລ້ານປອນໃຫ້ແກ່ WHO. ຄະນະກຳມະການເອີລົບກໍ່ໄດ້ຈັດກອງປະຊຸມປຶກສາຫາລືກັບບັນດາປະເທດສະມາຊິກ ແລະ ເຫັນດີເປັນເອກະພາບຈະເບີກຈ່າຍຈຳນວນຫຼາຍກວ່າ 20 ຕື້ ເອີໂຣ ໃຫ້ແກ່ບັ້ນປ້ອງກັນ, ສະກັດກັ້ນໂລກລະບາດນີ້.

ໃນສະພາບການຄືປັດຈຸບັນ, ຖ້າຫາກວ່າ ອາເມລິກາ ຢຸດຕິການສະໜອງງົບປະມານການໃຊ້ຈ່າຍທັງໝົດໃຫ້ແກ່ WHO ຢ່າງເປັນທາງການ, ຈະກໍ່ຜົນສະທ້ອນຢ່າງໜັກໜ່ວງ ເຖິງບັນດາການເຄື່ອນໄຫວຂອງ ອົງການນີ້ໃນໄລຍະຈະມາເຖິງ. ນີ້ບໍ່ ພຽງແຕ່ແມ່ນການ ນຳພາຄວາມມານະພະຍາຍາມທົ່ວໂລກເພື່ອຮັບມືກັບໂລກລະບາດ Covid – 19 ໃນປັດຈຸບັນເທົ່ານັ້ນ ຫາກຍັງແມ່ນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນບັນດາພະຍາດຕິດແປດທີ່ອັນຕະລາຍອື່ນໆອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ