ຫາງສຽງສາກົນສະໜັບສະໜູນບັນດາມາດຕະການສັນຕິພາບຂອງຫວຽດນາມຢູ່ທະເລຕາເວັນອອກ

ຫາງສຽງສາກົນສະໜັບສະໜູນບັນດາມາດຕະການສັນຕິພາບຂອງຫວຽດນາມຢູ່ທະເລຕາເວັນອອກ - ảnh 1
ຮ້ານເຈາະນ້ຳມັນຂອງ ຈີນ
(ພາບປະກອບ)

(vovworld) - ກ່າວ​ຄວາມ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສະຖານທູດ​ຫວຽດນາມ​ປະຈຳ​ອາ​ຟະ​ລິ​ກາ​ໃຕ້​ຈັດ​ຕັ້ງ​ໃນ​ວັນ​ທີ 12/6 . ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ຮູ​ຍຮ່ວາງ ​ໄດ້​ຮຽກຮ້ອງ​ວົງ​ການ​ນັກ​ການ​ເມືອງ, ນັກຮຽນ​ຮູ້ ​ແລະ ບັນດາ​ນັກ​ການ​ທູດ​ອາ​ຟະ​ລິ​ກາ​ໃຕ້​ສະໜັບສະໜູນ​ຄວາມ​ຮຽກຮ້ອງ​ອັນ​ເປັນ​ທຳ​ຂອງ​ຫວຽດນາມ, ອອກສຽງ​ຄັດຄ້ານ​ການ​ກະທຳ​ທີ່ໄຮ້​ເຫດຜົນ​ຂອງ​ຈີນ, ຮຽກ ຮ້ອງ​ຈີນ​ຖອນ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ - 981 ພ້ອມ​ກັບ​ບັນດາ​ກຳ່​ປັ່ນ​ປ້ອງ​ກັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ພ້ອມ​ທັງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ກໍ່​ຄື​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

        ທີ່​ການ​ສຳ​ມະ​ນາ, ມີ​ຜູ້​ແທນ​ຫຼາຍ​ທ່ານ​ໃນ​ຄະນະ​ທູຕານຸທູດ ​ໄດ້​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ທຳ, ​ແຜນ​ນະ​ໂຍບາຍ​ລະງັບ​ໃຈ, ​ແລະ ການນຳ​ໃຊ້ບັນດາ​ມາດ​ຕະການ​ສັນຕິພາບ​ຂອງ​ຫວຽດນາມ. ທ່ານ Hiroaki Fujiwara, ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ອາ​ຟະ​ລິ​ກາ​ໃຕ້, ​ເນັ້ນ​ໜັກ​ວ່າ ຍີ່ປຸ່ນ​ສະໜັບສະໜູນ​ອາ​ຊຽນ, ​ເຄົາລົບກົດໝາຍ​ສາກົນ​, ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ລະງັບ​ໃຈ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ. ສ່ວນ​ທ່ານອຸປະ​ທູດ​ ສະຖານທູດ ຟີ​ລິບ​ປິນ ປະຈຳ​ອາ​ຟະ​ລິ​ກາ​ໃຕ້ Chad Jacinto, ກໍ່ຢືນຢັນ​ວ່າ ຟີ​ລິບ​ປິນຄັດຄ້ານ​ອັນ​ທີ່​ເອີ້ນ​ວ່າ “​ເສັ້ນ​ລີ້​ນງົວ“ ຂອງ​ຈີນ. ນອກ​ນັ້ນ, ນັກຮຽນ​ຮູ້​ຫຼາຍ​ທ່ານ​ກໍ່​ຖື​ວ່າ​ຫວຽດນາມ​ສາມາດນຳ​ໃຊ້​ບັນດາ​ກົນ​ໄກ, ​ເວທີ​ປາ​ໄສ​ທີ່​ກ່ຽວຂ້ອງ​ຢູ່ ສປຊ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ… ​ເພື່ອ​ສືບ​ຕໍ່​ສະ​ແຫວ​ງຫາ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ປະຊາ​ຄົມ​ໂລກ.

ຂ່າວ/ບົດ​ອື່ນ