ຫຼາຍທ້ອງຖິ່ນຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະແຫ່ງຊາດຊຸດທີ 15

(VOVWORLD) -ຮອດວັນທີ 04 ມີນາ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢູ່ບໍລິເວນແຂວງ ດັ໊ກລັ໊ກ ໄດ້ຮັບປະກັນຖືກຕ້ອງຕາມຄວາມຄືບໜ້າ, ເນື້ອໃນ ແລະ ຂັ້ນຕ້ອນທີ່ໄດ້ວາງອອກ.
ຫຼາຍທ້ອງຖິ່ນຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະແຫ່ງຊາດຊຸດທີ 15 - ảnh 1ເມືອງເກາະ ເຈື່ອງຊາ
(ພາບປະກອບ)

ຄະນະກຳມະການເລືອກຕັ້ງ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ດັ໊ກລັ໊ກ ໄດ້ຕັ້ງໜ້າໃນການແນະນຳຂັ້ນຕອນ, ລະບຽບການແນະນຳ ແລະ ກຳນົດຈຸດເວລາຮັບສຳເນົາເອກະສານຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15, ສະພາປະຊາຊົນຂັ້ນແຂວງອາຍຸການ 2021 – 2026. ຕາມນັ້ນແລ້ວ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ດັ໊ກລັ໊ກ ກໍ່ຈະຮັບສຳເນົາເອກະສານຜູ້ຮັບສະໝັກເລືອກຕັ້ງຮອດເວລາ 17 ໂມງຂອງວັນທີ 14 ມີນາ ແລະ ກະກຽມບັນດາເນື້ອໃນຈັດຕັ້ງກອງປະຊຸມຄົ້ນຄວ້າ ແລະ ກຳນົດຈຳນວນຜູ້ຮັບສະໝັກເລືອກຕັ້ງຄັ້ງທີ 2 ໃນວັນທີ 18 ມີນາ.

        ມາຮອດປະຈຸບັນ, ຄະນະກຳມະການເລືອກຕັ້ງແຂວງ ຫາຍເຢືອງ ໄດ້ກຳນົດ 13 ຈຸດເລືອກຕັ້ງສະພາປະຊາຊົນຂັ້ນແຂວງຊຸດທີ 17, ອາຍຸການ 2021 – 2026, ເລືອກຕັ້ງເອົາສະມາຊິກ 63 ທ່ານ. ໃນນັ້ນ, ນະຄອນ ຫາຍເຢືອງ ມີ 2 ຈຸດເລືອກຕັ້ງ ແລະ 11 ເມືອງ, ເທດສະບານເມືອງ, ນະຄອນທີ່ຍັງເຫຼືອ, ແຕ່ລະທ້ອງຖິ່ນມີ 1 ຈຸດເລືອກຕັ້ງ.

        ສ່ວນຄະນະກຳມະການເລືອກຕັ້ງແຂວງ ແຄ໊ງຮ່ວາ ໄດ້ເປັນເອກະພາບກຳນົດໃນທົ່ວແຂວງ ມີ 14 ຈຸດເລືອກຕັ້ງ. ແຂວງ ແຄ໊ງຮ່ວາ ກໍໄດ້ເປັນເອກະພາບທິດທາງຈັດຕັ້ງການປ່ອນບັດເລືອກຕັ້ງຢູ່ບັນດາຕາແສງ, ເທດສະບານເມືອງ ແລະ ເຂດເກາະ ເຈື່ອງຊາ ໃນວັນທີ 16 ພຶດສະພາ, ໄວກວ່າ 1 ອາທິດເມື່ອທຽບໃສ່ທົ່ວປະເທດ. ທ່ານ ຫງວຽນເຕີ໊ນຕວນ, ປະທານຄະນະກຳມະການປະຊາຊົນແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງ ແຄ໊ງຮ່ວາ, ໃຫ້ຮູ້ວ່າ.

        “ບັນດາອົງຄະນະພັກແຂວງຕ້ອງຈັດສົ່ງ, ຈັດແບ່ງ, ແນະນຳໃຫ້ບັນດາສະມາຊິກພັກທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າຮ່ວມບັນດາອົງການໂດຍປະຊາຊົນເລືອກຕັ້ງ. ບັນດາຜູ້ຮັບສະໝັກເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງໃນຄັ້ງນີ້ຕ້ອງແມ່ນຜູ້ທີ່ມີຄຸນສົມບັດ, ມີຄວາມສາມາດຢ່າງພຽງພໍ, ເຊິ່ງປະຊາຊົນມີຄວາມໄວ້ວາງໃຈ, ຈາກນັ້ນ ກົງຈັກປະຊາຊົນເລືອກຕັ້ງຈຶ່ງນັບມື້ນັບໄດ້ຮັບການຍົກສູງທາງດ້ານຄຸນນະພາບຂຶ້ນ. ຫຼີກລ້ຽງກໍລະນີເນັ້ນໜັກເຖິງໂຄງປະກອບແຕ່ຄຸນນະພາບຂອງຜູ້ສະໝັກເລືອກຕັ້ງພັດຫຼຸດລົງ”.

ຕອບກັບ

ຂ່າວ/ບົດ​ອື່ນ