​ສະ​ພາບໂລກລະບາດໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລ​ກ ວັນ​ທີ 20 ຕຸ​ລາ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 20 ຕຸລາ, ທົ່ວໂລກຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 243 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5 ລ້ານຄົນ.
​ສະ​ພາບໂລກລະບາດໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລ​ກ ວັນ​ທີ 20 ຕຸ​ລາ - ảnh 1(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 20 ຕຸລາ, ທົ່ວໂລກຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 243 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດ, ບຣາຊິນ ຢືນອັບດັນທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ອິນເດຍ ຢືນອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອ.

        ໂລກລະບາດພວມມີການຜັນແປຢ່າງສັບສົນຢູ່ ເອີລົບ ເມື່ອຫຼາຍປະເທດຢັ້ງຢືນກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງແຮງ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ລັດເຊຍ, ຢູແກຼນ, ບຸນກາຣີ, ຮູມານີ ແມ່ນປະເທດມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນສູງ.

        ຢູ່ ອັງກິດ, ປະຈຸບັນ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສູງກວ່າຫຼາຍເມື່ອທຽບໃສ່ບັນດາປະເທດ ເອີລົບ ອື່ນ ແລະ ນັບມື້ນັບເພີ່ມຂຶ້ນ.

  ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 19 ຕຸລາ ຫາເວລາ 17 ໂມງຂອງວັນທີ 20 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.646 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 11 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 873.901 ຄົນ, ໃນນັ້ນປິ່ນປົວຫາຍດີເປັນປົກກະຕິ 796.583 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ