ຫຼາຍ​ສັນ​ຍານ​ທີ່​ດີ​ພໍ​ສົມ​ຄວນ​ຈາກ​ບັນ​ດາ​ຕະຫຼາດ​ນຳ​ເຂົ້າ​ຜັກ, ໝາກ​ໄມ້​ຂອງ​ຫວຽດ​ນາມ

(VOVWORLD) -ໃນຂະນະນັ້ນ, ການສົ່ງອອກຜັກ,ໝາກໄມ້ຂອງຫວຽດນາມ ໄປຍັງຕະຫຼາດຈີນມີການຫຼຸດລົງຢ່າງແຮງ, ການສົ່ງອອກໄປຍັງບັນດາຕະຫຼາດອື່ນພັດເພີ່ມຂຶ້ນຢ່າງແຮງທີ່ສຸດ, ໃນນັ້ນມີບັນດາຕະຫຼາດຄື: ສ.ເກົາຫຼີ, ໄທ, ອາເມລິກາ, ຍີ່ປຸ່ນ.
ຫຼາຍ​ສັນ​ຍານ​ທີ່​ດີ​ພໍ​ສົມ​ຄວນ​ຈາກ​ບັນ​ດາ​ຕະຫຼາດ​ນຳ​ເຂົ້າ​ຜັກ, ໝາກ​ໄມ້​ຂອງ​ຫວຽດ​ນາມ - ảnh 1 ພາບປະກອບ:  baochinhphu.vn

ລາຍງານສະພາບການຜະລິດ, ອຸດສາຫະກຳ ແລະ ການຄ້າ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສະແດງໃຫ້ເຫັນວ່າ ເດືອນກໍລະກົດປີ 2020, ຫວຽດນາມ ໄດ້ຢັ້ງຢືນການນຳເຂົ້າເກີນດຸນບັນລຸໄດ້ລະດັບ 6,5ຕື້ USD, ສູງກ່ວາຫຼາຍເມື່ອທຽບໃສ່ຕົວເລກເກືອບ 2 ຕື້ USDໃນໄລຍະດຽວກັນຂອງປີ 2019. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນມີຫຼາຍສັນຍາທີ່ດີພໍສົມຄວນຈາກບັນດາຕະຫຼາດນຳເຂົ້າຜັກ, ໝາກໄມ້ຂອງຫວຽດນາມ ເມື່ອມູນຄ່າສົ່ງອອກສິນຄ້າປະເພດຜັກໝາກໄມ້ບັນລຸໄດ້ 1,76 ຕື້ USD. ໃນຂະນະນັ້ນ, ການສົ່ງອອກຜັກ,ໝາກໄມ້ຂອງຫວຽດນາມ ໄປຍັງຕະຫຼາດຈີນມີການຫຼຸດລົງຢ່າງແຮງ, ການສົ່ງອອກໄປຍັງບັນດາຕະຫຼາດອື່ນພັດເພີ່ມຂຶ້ນຢ່າງແຮງທີ່ສຸດ, ໃນນັ້ນມີບັນດາຕະຫຼາດຄື: ສ.ເກົາຫຼີ, ໄທ, ອາເມລິກາ, ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ