ອັງກິດ ຍົກເລີກສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນກັບ ຮົງກົງ

(VOVWORLD) - ລັດຖະບານ ອັງກິດ ໄດ້ຕັດສິນໃຈຍົກເລີກສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນກັບ ຮົງກົງ ໃນທັນທີ ແລະ ບໍ່ມີກຳນົດເວລາ, ເຊິ່ງມາດຕະການນີ້ ໄດ້ຮັບຖືວ່າ ແມ່ນເພື່ອໂຕ້ຕອບເລື່ອງ ຈີນ ຮັບຮອງເອົາກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດ ຮົງກົງ ເຊິ່ງປະກາດໃນຕົ້ນເດືອນນີ້. 
ອັງກິດ ຍົກເລີກສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນກັບ ຮົງກົງ - ảnh 1 ທ່ານ Dominic Raab (ພາບ: CNBC)

  ການຕັດສິນຂອງລັດຖະບານ ອັງກິດ ໂດຍທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ເປັນຜູ້ປະກາດເອງຢູ່ຕໍ່ໜ້າບັນດາສະມາຊິກສະພາຕ່ຳ ອັງກິດ ໃນຕອນບ່າຍວັນທີ 20 ກໍລະກົດ, ຕາມນັ້ນແລ້ວ ເລື່ອງຍົກເລີກສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນລະຫວ່າງ ອັງກິດ ແລະ ຮົງກົງ ຈະມີຜົນສັກສິດໃນທັນທີ ແລະ ບໍ່ມີກຳນົດເວລາ.

ເລື່ອງລັດຖະບານ ອັງກິດ ຍົກເລີກສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນກັບ ຮົງກົງ ໄດ້ຮັບຖືວ່າ ແມ່ນການກະທຳສ້າງຂີດໝາຍສິ້ນສຸດສະພາບການພົວພັນອັນດີງາມລະຫວ່າງ ອັງກິດ ແລະ ຈີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ