ອັງກິດ ແຈ້ງໃຫ້ຊາບເລື່ອງເຂົ້າເປັນສະມາຊິກ CPTPP

(VOVWORLD) -ອັງກິດ ຈະເປັນສະມາຊິກໃໝ່ທຳອິດນັບແຕ່ເມື່ອສັນຍາໄດ້ລົງນາມໃນປີ 2018 ແລະ ແມ່ນປະເທດ ເອີລົບ ທຳອິດໃນກຸ່ມນີ້.

        ວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) - ຂໍ້ຕົກລົງການຄ້າໃຫຍ່ທີ່ສຸດເຊິ່ງ ອັງກິດ ເຂົ້າຮ່ວມ ພາຍຫຼັງອອກຈາກສະຫະພາບ ເອີລົບ (ອີຢູ). ອັງກິດ ຈະເປັນສະມາຊິກໃໝ່ທຳອິດນັບແຕ່ເມື່ອສັນຍາໄດ້ລົງນາມໃນປີ 2018 ແລະ ແມ່ນປະເທດ ເອີລົບ ທຳອິດໃນກຸ່ມນີ້. ແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ຊີ້ແຈ້ງວ່າ, ພາຍຫຼັງ 21 ເດືອນ “ເຈລະຈາຢ່າງເຄັ່ງຕຶງ”, ອັງກິດ ຈະແມ່ນ “ໃຈກາງຂອງກຸ່ມ 1 ລວມມີບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ” ແລະ ແມ່ນພະຍານຫຼັກຖານຂອງເລື່ອງ “ກຳແໜ້ນກາລະໂອກາດຂອງການຄ້າເສລີໃໝ່ພາຍຫຼັງ Brexit”.

ຕອບກັບ

ຂ່າວ/ບົດ​ອື່ນ