ອົງການ IAEA ຈະ​ສືບ​ຕໍ່​ກວດກາ ​ແລະ ຕິດຕາມ​ກວດກາບັນດາ​ການ​ເຄື່ອນ​ໄຫວຂອງ​ນິວ​ເຄຼຍຢູ່ ອີຣານ

(VOVWORLD) -ອົງການພະລັງງານປະລະມານູສາກົນ IAEA ໄດ້ອອກຖະແຫຼງການ ໂດຍຊີ້ແຈ້ງວ່າ ນັກກວດກາຂອງອົງການ IAEA ຈະສືບຕໍ່ກວດກາ ແລະ ຕິດຕາມກວດກາບັນດາການເຄື່ອນໄຫວ ຢູ່ ອີຣານ.
ອົງການ IAEA ຈະ​ສືບ​ຕໍ່​ກວດກາ ​ແລະ ຕິດຕາມ​ກວດກາບັນດາ​ການ​ເຄື່ອນ​ໄຫວຂອງ​ນິວ​ເຄຼຍຢູ່ ອີຣານ - ảnh 1 ເຄື່ອງຈັກເສີມທາດຢູລານຽມ ຂອງ ອີຣານ (ພາບ:AFP/TTXVN)

        ໃນວັນທີ 07 ມັງກອນ, ອົງການພະລັງງານປະລະມານູສາກົນ IAEA ໄດ້ອອກຖະແຫຼງການ ໂດຍຊີ້ແຈ້ງວ່າ ນັກກວດກາຂອງອົງການ IAEA ຈະສືບຕໍ່ກວດກາ ແລະ ຕິດຕາມກວດກາບັນດາການເຄື່ອນໄຫວ ຢູ່ ອີຣານ. ພ້ອມກັນນັ້ນ, ອົງການດັ່ງກ່າວ ກໍ່ຈະແຈ້ງຂ່າວໃຫ້ບັນດາປະເທດສະມາຊິກກ່ຽວກັບບັນດາການປ່ຽນແປງໄດ້ຢ່າງທັນການ ແລະ ເໝາະສົມ.

        ອົງການ IAEA ກໍຢັ້ງຢືນວ່າ ໄດ້ຮັບແຈ້ງການຈາກ ອີຣານ ກ່ຽວກັບຂັ້ນຕອນທີ 5 ເພື່ອແນໃສ່ຫຼຸດຜ່ອນຄໍາໝັ້ນສັນຍາຂອງປະເທດນີ້ໃນຂອບເຂດແຜນການດໍາເນີນງານຮ່ວມຮອບດ້ານ (JCPOA). ເຖິງຢ່າງໃດກໍຕາມ, ອົງການດັ່ງກ່າວ ເນັ້ນໜັກວ່າ ຖະແຫຼງການຂອງລັດຖະບານ ອີຣານ ກໍ ຢັ້ງຢືນວ່າ ອີຣານ ຍັງຄົງຮ່ວມມືກັບ ອົງການ IAEA ຄືໃນເມື່ອກ່ອນ.

ຫ໋າຍດັງ - ນັກຂ່າວ VOV ປະຈໍາ ສ.ເຊັກໂກ


 

ຕອບກັບ

ຂ່າວ/ບົດ​ອື່ນ