ອົງ​ການ OECD ສະເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ຄົບ​ຮອບ 60 ປີ

(VOVWORLD) -ໂລກຄວນມີເສດຖະກິດຮູບແບບໃໝ່ ເພື່ອຫຼຸດພົ້ນອອກຈາກວິກິດການຄວບຄູ່ໃນປັດຈຸບັນ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.
ອົງ​ການ OECD ສະເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ຄົບ​ຮອບ 60 ປີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງສານໄປຍັງພິທີສະເຫຼີມສະຫຼອງ (ພາບ:TTXVN)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຄົບຮອບ 60 ປີ (ວັນທີ 14 ທັນວາ 1960 – 14 ທັນວາ 2020), ທ່ານເລຂາທິການໃຫຍ່ OECD Angel Gurria ຢັ້ງຢືນວ່າ OECD ຍາມໃດກໍມານະພະຍາຍາມປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ອີງໃສ່ລະບຽບກົດໝາຍ, ຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ຢັ້ງຢືນວ່າ ໂລກຄວນມີເສດຖະກິດຮູບແບບໃໝ່ ເພື່ອຫຼຸດພົ້ນອອກຈາກວິກິດການຄວບຄູ່ໃນປັດຈຸບັນ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

        ໃນສານສົ່ງໄປຍັງພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ OECD ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ຮັບເອົາທຳນຽມທີ່ດີ, ມີຄວາມເໝາະສົມ ເພື່ອຍູ້ແຮງການສ້າງໂຄງປະກອບຄືນໃໝ່, ຍົກສູງກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ຄຸນນະພາບການເຕີບໂຕ, ເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ເປັນຢ່າງດີ.


ຕອບກັບ

ຂ່າວ/ບົດ​ອື່ນ