ອົງ​ການ​ກວດ​ສອບ​ບັດ​ຊີ​ແຫ່ງ​ລັດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ASEANSAI ຄັ້ງ​ທີ 6

(VOVWORLD) -ທີ່ກອງປະຊຸມ, ທ່ານນາງ ຮ່າທິມີຢຸງ ຢັ້ງຢືນວ່າ ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາການເຄື່ອນໄຫວຮັດແໜ້ນການພົວພັນລະຫວ່າງບັນດາສະມາຊິກ, ປະກອບສ່ວນປະຕິບັດຢ່າງມີໄຊ ບັນດາເປົ້າໝາຍ ທີ່ໄດ້ຍົກອອກມາຢູ່ປະຊາຄົມ ASEANSAI.
ອົງ​ການ​ກວດ​ສອບ​ບັດ​ຊີ​ແຫ່ງ​ລັດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ASEANSAI ຄັ້ງ​ທີ 6 - ảnh 1ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ຮ່າມິມີຢຸງ ຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ ນຳໜ້າເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ໃນລະຫວ່າງວັນທີ 28 – 29 ກໍລະກົດປີ 2021 ຄະນະຜູ້ແທນອົງການກວດສອງບັນຊີແຫ່ງລັດ ຫວຽດນາມ, ໂດຍທ່ານນາງ ໂຮທິມີຢຸງ ຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ 6 ຂອງອົງການຈັດຕັ້ງ ບັນດາອົງການກວດສອບບັນຊີສູງສຸດ ອາຊີຕາເວັນອອກສ່ຽງໃຕ້ - ASEANSAI, ຕາມຮູບການທາງອອນລາຍ. ກອງປະຊຸມໂດຍ ອົງການກວດສອບບັນຊີແຫ່ງລັດ ມາເລເຊຍ  ເຊິ່ງເປັນປະທານ ASEANSAI ໃນໄລຍະ 2020 – 2021 ເປັນປະທານ.

ທີ່ກອງປະຊຸມ, ທ່ານນາງ ຮ່າທິມີຢຸງ ຢັ້ງຢືນວ່າ ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາການເຄື່ອນໄຫວຮັດແໜ້ນການພົວພັນລະຫວ່າງບັນດາສະມາຊິກ, ປະກອບສ່ວນປະຕິບັດຢ່າງມີໄຊ ບັນດາເປົ້າໝາຍ ທີ່ໄດ້ຍົກອອກມາຢູ່ປະຊາຄົມ ASEANSAI.

ດ້ວຍຖານະເປັນປະທານຄະນະກຳມະການແຜນການຍຸດທະສາດ ASEANSAI, ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ເປັນປະທານສະເໜີ ແລະ ປຶກສາຫາລືກ່ຽວກັບແຜນຮ່າງແຜນການຍຸດທະສາດ ASEANSAI 2022 – 2025, ແຜນການເຄື່ອນໄຫວໄລຍະ 2022 – 2023 ຂອງ ຄະນະກຳມະການແຜນການຍຸດທະສາດ. ທຽບໃສ່ກັບແຜນການຍຸດທະສາດຂອງໄລຍະ 2018 – 2021, ແຜນການຍຸດທະສາດ ASEANSAI 2022 – 2025 ໄດ້ເພີ່ມເຕີ່ມວິໄສທັດ, ພາລະກຳ, ມູນຄ່າຫຼັກ ຂອງບັນດາເນື້ອໃນກ່ຽວກັບລັກສະນະເປັນມືອາຊີບ, ການປ່ຽນແປງໃໝ່, ມີປະຕິກິລິຍາໂດຍໄວ ໃນສະພາບການເຄື່ອນໄຫວທີ່ຂະຫຍັນຂັນເຄື່ອນ ແລະ ຂາດສະຖຽນລະພາບຄືໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ