ອົງການກຳມະບານຮ່າໂນ້ຍແລະ ວຽງຈັນ ເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື

ອົງການກຳມະບານຮ່າໂນ້ຍແລະ ວຽງຈັນ ເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື - ảnh 1
(ພາບ:
tintuc.vnn.vn)

(vovworld) – ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 5-12/5, ວັນ​ທີ 6/5, ຄະນະ​ຜູ້​ແທນ​ສະຫະພັນ​​ແຮ​ງງານຮ່າ​ໂນ້ຍ ນຳ​ໂດຍ​ທ່ານ​ປະທານ​ເຈິ່ນວັນ​ທຶກ​ນຳ​ໜ້າ ​ໄດ້​ມີ​ການ​ປະຊຸມ​ກັບ​ສະຫະພັນ​ກຳມະບານ​ນະຄອນ​ວຽງ​ຈັນ ​ໂດຍ​ທ່ານ​ປະທານ​ຄຳ​ພັນ ຄຳ​ມະນີ ນຳ​ໜ້າ. ສອງ​ຝ່າຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ກ່ວາ​ອີກ​ເພື່ອ​ແນ​ໃສ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຜູ້​ອອກ​ແຮງ​ງານ. ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶນ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໄລຍະ 2013-2018, ​ໃນ​ນັ້ນ, ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ: ​ແຕ່ລະ​ປີ​ຈະ​ຜັດ​ປ່ຽນ​ກັນ​ສົ່ງ​ຄະນະ​ຜູ້​ແທນ​ກຳມະບານ​ຂັ້ນນະຄອນ​ໄປ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ແລກປ່ຽນ​ບົດຮຽນ​​ໃນ​ການປະຕິບັດ​ວຽກ​ງານ. ​ເນື້ອ​ໃນ​ການຮ່ວມ​ມື​ລະຫວ່າງ​ອົງການ​ກຳມະບານ​ສອງ​ນະຄອນຫຼວງ​ຈະ​ສືບ​ຕໍ່​​ໄດ້ຮັບ​ການ​ເປີດ​ກ້ວາງ ​ແລະ ພັດທະນາ​ຕາມ​ຂໍ້​ຕົກລົງ​ສຳລັບ​ບັນດາ​ບັນຫາ​ຊື່​ງສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ