ອົງ​ການ​ຊາວ​ໜຸ່ມ ແລະ ຊາວ​ໜຸ່ມ ຕ້ອງ​ແມ່ນ​ຜູ້​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ

(VOVWORLD) -   “ຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າອີກກ່ຽວກັບທີ່ຕັ້ງ, ບົດບາດ ແລະ ພາລະກຳຂອງຕົນ, ຍົກສູງຄວາມຮັບຜິດຊອບ, ພະຍາຍາມ, ຊູ້ຊົນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອຍົກສູງລະດັບຄວາມຮູ້, ຄຸນສົມບົດປະຕິວັດຢ່າງບໍ່ຢຸດຢັ້ງ..."
ອົງ​ການ​ຊາວ​ໜຸ່ມ ແລະ ຊາວ​ໜຸ່ມ ຕ້ອງ​ແມ່ນ​ຜູ້​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຮັດວຽກກັບຄະນະເລຂາສູນກາງຊາວໜຸ່ມ ຄອມມຸນິດ ໂຮ່ຈີມິນ

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຮັດວຽກກັບຄະນະເລຂາສູນກາງຊາວໜຸ່ມ ຄອມມຸນິດ ໂຮ່ຈີມິນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕີລາຄາສູງຕໍ່ການເລືອກເອົາຫົວຂໍ້ ວຽກງານປີ 2023 ແລະ ຫົວຂໍ້ ເດືອນຊາວໜຸ່ມຕິດພັນກັບ “ການຫັນເປັນດີຈີຕອນ” ຂອງສູນກາງຊາວໜຸ່ມ. ທ່ານປະທານສະພາແຫ່ງຊາດ ຖືວ່າ: ໃນກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດທີ່ດຳເນີນໃນເດືອນທັນວາ 2022, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: “ຊາວໜຸ່ມ ຕ້ອງນຳໜ້າໃນການອອກແຮງງານ, ທຳການຜະລິດ, ປະດິດຄິດສ້າງ, ປະຕິບັດແຜນນະໂຍບາຍຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ; ພັດທະນາເສດຖະກິດດີຈີຕອນບົນພື້ນຖານວິທະຍາສາດ ແລະ ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ”. ນີ້ກໍແມ່ນໜຶ່ງໃນບັນດາຫົວຂໍ້ເຊິ່ງ ຄະນະຮັບຜິດຊອບວຽກງານພັກສະພາແຫ່ງຊາດ ແລະ ບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ, ຄະນະເລຂາສະຫະພັນລັດຖະສະພາສາກົນ (IPU) ເລືອກເຟັ້ນ ເພື່ອຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ຢູ່ ຫວຽດນາມ.

ອົງ​ການ​ຊາວ​ໜຸ່ມ ແລະ ຊາວ​ໜຸ່ມ ຕ້ອງ​ແມ່ນ​ຜູ້​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ

   “ຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າອີກກ່ຽວກັບທີ່ຕັ້ງ, ບົດບາດ ແລະ ພາລະກຳຂອງຕົນ, ຍົກສູງຄວາມຮັບຜິດຊອບ, ພະຍາຍາມ, ຊູ້ຊົນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອຍົກສູງລະດັບຄວາມຮູ້, ຄຸນສົມບົດປະຕິວັດຢ່າງບໍ່ຢຸດຢັ້ງ, ປຸກລຸກຄວາມຄາດຫວັງໃນໝູ່ຊາວໜຸ່ມ ເພື່ອປະຕິບັດພາລະກຳປະຫວັດສາດ, ນຳໜ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເພີ່ມທະວີການສຶກສາຄົນລຸ້ນໜຸ່ມ ກ່ຽວກັບແນວຄິດປະຕິວັດ, ຄຸນສົມບັດ, ວິຖີຊີວິດວັດທະນະທຳ, ຍົກສູງນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ, ພິເສດແມ່ນລໍ່ລ້ຽງຄວາມໄຝ່ຝັນສ້າງສາປະເທດຊາດໃຫ້ວັດທະນາຖາວອນ, ຜາສຸກ ແລະ ຮັບຮູ້ພາລະກຳ, ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ