ອົງ​ການ​ທາງ​ການ​ທູດ ຫວ​ຽດ​ນາມ ຕັກ​ເຕ​ືອນ​ຊາວ ຫວຽດ​ນາມອ​າ​ໄສ​ຢູ່​ລາວ, ໄທ ລະ​ງັ​ບ​ໃຈ ແລະ ຈຳ​ກັດ​ການ​ເຄື່ອນ​​ຍ້າຍໄປ​ມາ

(VOVWORLD) -ສະຖານທູດ ຫວຽດນາມປະຈຳລາວໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນແຈ້ງລາຍງານ, ແລກປ່ຽນກັບສະຖານທູດ, ສະຖານກົງສູນໃຫຍ່ຢ່າງທັນການເພື່ອອັບເດດຂໍ້ມູນຂ່າວສານກ່ຽວກັບໂລກລະບາດ ແລະ ຮັບການແນະນຳ, ໜູນຊ່ວຍເມື່ອຈຳເປັນຜ່ານໂທລະສັບສາຍດ່ວນປົກປ້ອງພົນລະເມືອງຂອງສະຖານທູດແມ່ນ  +8562096106775 ຫຼື +85620 92546868.

ໃນສະພາບການ, ກະຊວງສາທາລະນະສຸກລາວຫາກໍ່ປະກາດ ມີ ກໍ່ລະນີຕິດເຊື້ອພະຍາດ Covid – 19 2 ຄົນທຳອິດ ຢູ່ປະເທດນີ້, ສະຖານທູດ ຫວຽດນາມປະຈຳລາວໄດ້ຕັກເຕືອນວົງຄະນະຍາດຊາວຫວຽດນາມພວມຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ລາວບໍ່ຕ້ອງເປັນຫ່ວງ, ຈຳກັດການເຄື່ອນຍ້າຍໄປມາຢ່າງຫຼາຍທີ່ສຸດ, ຈຳກັດການສຳຜັດກັບຜູ້ອື່ນ, ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຕາມການແນະນຳຂອງກະຊວງສາທາລະນະສຸກ ຫວຽດນາມ ກໍ່ຄືບັນດາຂໍ້ກຳນົດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.

 Box ຂໍ້ມູນ: ສະຖານທູດ ຫວຽດນາມປະຈຳລາວໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນແຈ້ງລາຍງານ, ແລກປ່ຽນກັບສະຖານທູດ, ສະຖານກົງສູນໃຫຍ່ຢ່າງທັນການເພື່ອອັບເດດຂໍ້ມູນຂ່າວສານກ່ຽວກັບໂລກລະບາດ ແລະ ຮັບການແນະນຳ, ໜູນຊ່ວຍເມື່ອຈຳເປັນຜ່ານໂທລະສັບສາຍດ່ວນປົກປ້ອງພົນລະເມືອງຂອງສະຖານທູດແມ່ນ  +8562096106775 ຫຼື +85620 92546868. ນອກຈາກນັ້ນຍັງມີເບີໂທລະສັບຂອງສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງແມ່ນ+85620 91112345, ສະຖານກົງສູນໃຫຍ່ຫວຽດນາມປະຈຳປາກເຊແມ່ນ +8562098362929, ສະຖານກົງສູນໃຫຍ່ຫວຽດນາມປະຈຳສະຫວັນນາເຂດ ແມ່ນ +85620 98208666.

ສ່ວນຢູ່ປະເທດໄທ, ຫຼັງຈາກລັດຖະບານໄທແຈ້ງວ່າຈະ ປະກາດໃຊ້ສະພາວະສຸກເສີນໃນທົ່ວປະເທດນັບແຕ່ວັນທີ 26 ມີນາ - 30 ເມສາ, ສະຖານທູດ ຫວຽດນາມ ປະຈຳໄທໄດ້ຕັກເຕືອນພົນລະເມືອງ ຫວຽດນາມພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດໄທ ຈົ່ງມີຄວາມທຸ່ມທ່ຽງ, ຢູ່ບ່ອນພັກເຊົ່າອາໄສ ພ້ອມທັງປະຕິບັດບັນດາມາດຕະການແຍກຕົວ, ປ້ອງກັນ, ສະກັດກັ້ນໂລກລະບາດດ້ວຍຕົນເອງ.ປັດຈຸບັນ, ສະຖານທູດ ຫວຽດນາມປະຈຳໄທພວມຕັ້ງໜ້າສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງໄທເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງຫວຽດນາມໃນການຕໍ່ກຳນົດວີຊາເຊິ່ງ ບໍ່ສາມາດອອກຈາກປະເທດໄທຍ້ອນສາຍເຫດທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ