ອົງການແຮງງານສາກົນປະຈໍາຫວຽດນາມ ຮຽກຮ້ອງ ເພີ່ມທະວີຄວາມມານະພະຍາຍາມຮັບປະກັນຄວາມປອດໄພໃຫ້ແຮງງານອົບພະຍົບ

(VOVWORLD) -       ອົງການແຮງງານສາກົນ (ILO) ປະຈໍາ ຫວຽດນາມ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມເພື່ອຮັບປະກັນຄວາມປອດໄພໃຫ້ແຮງງານອົບພະຍົບມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງກັບສະພາບຕົວຈິງ ແລະ ມີຄວາມສະດວກ. ອີກຄັ້ງໜຶ່ງ, ອົງການແຮງງານສາກົນ ໄດ້ຢັ້ງຢືນຄໍາໝັ້ນສັນຍາໜູນຊ່ວຍການຄຸ້ມຄອງບັນຫາແຮງງານອົບພະຍົບ ໂດຍອີງໃສ່ສິດຂອງຊາວຜູ້ອອກແຮງງານ.

        ທ່ານ Chang – Hee Lee ຜູ້ອໍານວຍການອົງການແຮງງານສາກົນ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອສິດຂອງແຮງງານອົບພະຍົບໄດ້ຮັບຄວາມເຄົາລົບນັບຖື ແລະ ການອົບພະຍົບຂອງເຂົາເຈົ້າມີຄວາມປອດໄພນັ້ນ, ຍາດຕິພີ່ນ້ອງ, ຄອບຄົວ ແລະ ທັງສັງຄົມ ອາດຈະໄດ້ຮັບຜົນປະໂຫຍດຈາກແຫຼ່ງລາຍຮັບທີ່ຊາວຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດສົ່ງກັບມາປະເທດ ກໍຄືຍົກສູງທັກສະ, ສີມືແຮງງານ. ບົນຫຼັ້ກການຂອງການຮ່ວມມືນັ້ນ, ການອົບພະຍົບຂອງຊາວຜູ້ອອກແຮງງານ ຈະແມ່ນກໍາລັງໜູນພັດທະນາຢ່າງຕັ້ງໜ້າ ແລະ ຫຼຸດຜ່ອນບັນດາຄວາມສ່ຽງທີ່ສົ່ງຜົນສະທ້ອນຕໍ່ຄວາມປອດໄພຂອງຊາວຜູ້ອອກແຮງງານທີ່ມີການອົບພະຍົບ.

         ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຮັບຮູ້ຈໍານວນເພີ່ມຂຶ້ນຂອງຊາວຫວຽດນາມໄປເຮັດວຽກຢູ່ຕ່າງປະເທດ. ສະເພາະປີ 2019 ມີຊາວຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ ແມ່ນປະມານ 142.000 ຄົນ. ຕາມການຄາດຄະເນຂອງລັດຖະບານແລ້ວ, ແຮງງານອົບພະຍົບ ໄດ້ຝາກເງິນກັບມາປະເທດ ປະມານ 2,5 – 3 ຕື້ USD ຕໍ່ປີ. ອົງການແຮງງານສາກົນ ກໍສະເໜີແນະໃຫ້ລັດຖະບານຫວຽດນາມວ່າ ຕ້ອງປັບປຸງກອບນິຕິກໍາ ກ່ຽວກັບບັນຫາແຮງງານອົບພະຍົບ ແລະ ຊ່ວຍໃຫ້ຊ່ອງທາງຂອງການອົບພະຍົບຖືກຕ້ອງກັບສະພາບຄວາມເປັນຈິງ, ມີຄວາມດຶງດູດໃຈປະຊາຊົນຫຼາຍກວ່າ.


 

ຕອບກັບ

ຂ່າວ/ບົດ​ອື່ນ