ອັດກອງປະຊຸມຄັ້ງທີ 48ຂອງ ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 18 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ອັດກອງປະຊຸມຄັ້ງທີ 48
     ອັດກອງປະຊຸມຄັ້ງທີ 48ຂອງ ຄະນະປະຈຳສະພາແຫ່ງຊາດ - ảnh 1ວາລະອັດກອງປະຊຸມຄັ້ງທີ 48 ຂອງຄະນະປະຈຳສະພາແຫ່ງຊາດ

ກ່າວຄຳເຫັນທີ່ພິທີອັດ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ້ອງ ໃຫ້ຮູ້ວ່າ : ພາຍຫຼັງດຳເນີນດ້ວຍຄວາມຮີບເຮັ່ງເປັນເວລາ 1 ອາທິດ, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດ ກອງປະຊຸມຄັ້ງທີ 48 ແລະ ໄດ້ສຳເລັດບັນດາວຽກງານສ່ວນຫຼາຍ, ໃນນັ້ນ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ, ຮ່າງມະຕິ 3 ສະບັບ ແລະ ບັນດາເນື້ອໃນທີ່ສຳຄັນຈະຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ ກອງປະຊຸມສະໄໝສາມັນເທື່ອທີ 10 ຈະມາເຖິງ, ພ້ອມທັງໄດ້ພິຈາລະນາ ຕົກລົງບັນດາບັນຫາທີ່ສຳຄັນອື່ນໆອີກ.

       ພາຍຫຼັງກອງປະຊຸມ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ້ອງ ໄດ້ສະເໜີລັດຖະບານ, ຄະນະປະຈຳສະພາຊົນເຜົ່າຂອງສະພາແຫ່ງຊາດ, ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງຈົ່ງສ້າງບັນດາບາດກ້າວຕໍ່ໄປ ໃຫ້ສົມບູນແບບ, ເປັນຕົ້ນແມ່ນ ບັນດາເນື້ອໃນທີ່ສຳຄັນຈະຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ ກອງປະຊຸມສະໄໝສາມັນເທື່ອທີ 10 ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ