ອັດກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ

ອັດກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ  - ảnh 1
​ກອງ​ປະຊຸມສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ ຊຸດ​ທີ 12


(vovworld) -  ຕອນ​ເຊົ້າ​ວັນ​ທີ 12/3 ຢູ່​ຫໍ​ສະພາ​ປະຊາຊົນຈີນ​ ທີ່​ນະຄອນຫລວງ ປັກ​ກີ່​ງ, ກອງ​ປະຊຸມ​ຄັ້ງ​ປະ​ຖົມມະ​ເລີກ ຄະນະ​ກຳ​ມະ​ການ​ແຫ່ງ​ຊາດ​ກອງ​ປະຊຸມສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ ຊຸດ​ທີ 12 ​ໄດ້​ອັດ​ລົງ​ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 9 ວັນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະທານ​ປະ​ເທດ​ຈີນ ຮູ່ຈີນ​ເທົ່າ, ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຈີນ ສີ​ຈີ້​ນຜິ​ງ ພ້ອມ​ກັບ​ການ​ນຳ​ຂັ້ນ​ສູງ​ອື່ນ​ຫລາຍ​ທ່ານ ​ແລະ ຜູ້​ແທນ​ເກືອບ 2200 ທ່ານ. ທີ່​ພິທີ​ອັດ, ກອງ​ປະຊຸມ​ໄດ້​ຮັບ​ຮອງ​ເອົາ​ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະປະຈຳ, ຮັບ​ຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ກວດກາ​ບັນດາ​ຄຳ​ເຫັນ​ສະ​ເຫ​ນີ ​ແລະ ມະຕິ​ການ​ເມືອງ​ຂອງ​ກອງ​ປະຊຸມ​ໃຫຍ່. ກ່ອນ​ຫນ້າ​ນັ້ນ ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຊຶ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 11/3, ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງທ່ານ ອີ​ເຈີ້​ງ​ເສິງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເປັນ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12, ​ເລືອກ​ຕັ້ງ​ຮອງ​ປະທານ 23 ທ່ານ ​ແລະ ກຳມະການ​ປະຈຳ 299 ທ່ານ.

 

 

ຂ່າວ/ບົດ​ອື່ນ