ອັດກອງປະຊຸມເທື່ອທີ50ຂອງຄະນະປະຈຳສະພາແຫ່ງຊາດ
ອັດກອງປະຊຸມເທື່ອທີ 50 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 12/07 ກອງປະຊຸມເທື່ອທີ 50ຂອງຄະນະປະຈຳສະພາແຫ່ງຊາດ ຊຸມເທື່ອທີ 50 ຂອງຄະນະປະຈຳການສະພາແຫ່ງຊາດຊຸດທີ 13 ວັນທີ 11ແລະ 12/07/2016 ຄະນະປະຈຳການສະພາແຫ່ງຊາດຊຸດທີ 13 ໄດ້ປະຊຸມວາລະເທື່ອທີ 50 ຢູ່ຮ່າໂນ້ຍ ໄດ້ອັດລົງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ.
ຄະນະປະຈຳການສະພາແຫ່ງຊາດໄດ້ປຶກສາຫາລື, ເຫັນດີເປັນເອກະພາບກ່ຽວກັບຮ່າງເນື້ອໃນ, ໂຄງການດຳເນີນງານຂອງກອງປະຊຸມຍື່ນສະເໜີຕໍ່ສະພາແຫ່ງຊາດ. ມາຮອດຈຸດເວລານີ້, ວຽກງານກະກຽມ ທຸກດ້ານໃຫ້ກອງປະຊຸມຄັ້ງປະຖົມມະເລີກ ສະພາແຫ່ງຊາດຊຸດທີ 14 ໄດ້ສຳເລັດໂດຍພື້ນຖານ. ຄະນະປະຈຳການສະພາແຫ່ງຊາດໃຫ້ຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ບັນດາມາດຕະການປະຕິບັດໜ້າທີ່ 6 ເດືອນທ້າຍປີ 2016. ຄະນະປະຈຳການສະພາແຫ່ງຊາດ ກໍ່ໃຫ້ຄຳເຫັນໃສ່ຮ່າງແຜນການປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2016, ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2017 ແລະ ຮ່າງໂຄງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2017.