ອັດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ຈີນ

ອັດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ຈີນ - ảnh 1
ຖະ​ແຫຼ​ງການ​ມິດຕະພາບງານ​ມະ​ໂຫລານ​ປະຊາຊົນ​ຫວຽດນາມ - ຈີນ
(ພາບ: baomoi.com)


(vovworld) -     ຕອນ​ຄໍ່າ​ວັນ​ທີ 19/11, ຢູ່​ນະ​ຄອນ ຫຼິວ​ເຈົ່າ, ​ແຂວງ ກວາງຊີ, ປະ​ເທດ​ຈີນ, ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ຈີນ ປີ 2012 ​ຖືກ​ອັດ​ລົງ​ພາຍຫຼັງ​ດຳ​ເນີນ​ມາ​ເປັນເວລາ 3 ວັນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາ​ຄະນະ​ພັກນະຄອນ ຫຼິວ​ເຈົ່າ ​​ເຈີ​ນກ້ຽງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍຫຼັງ​ງານ​ມະ​ໂຫລານ, ປະຊາຊົນ​ສ​ອງປະ​ເທດ​ຈະສືບຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ປະກອບ​ສ່ວນ​ເຂົ້າ​ໃນ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຈີ​ນ ຢ່າງ​ແທ້​ຈິງ. ທ່ານ Nguyen Xuan Thang ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຈີນ ຢືນຢັນ​ວ່າ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຈີນ ພ້ອມ​ກັບ​ບັນດາ​ອົງການ​ມິດຕະພາບ​ປະຊາຊົນ​ຈີນ ສືບ​ຕໍ່​ປະຕິບັດ​ວຽກ​ງານຕ່າງໆ​ເຊິ່ງ​ໄດ້​ລະບຸໃນ​ຖະ​ແຫຼ​ງການ​ມິດຕະພາບງານ​ມະ​ໂຫລານ​ປະຊາຊົນ​ຫວຽດນາມ - ຈີນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການພັ​ດທະ​ນາ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ຈີນ ​​ເປັນ​ຢ່າງ​ດີເພື່ອ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະ​ນາ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ