ອັດຊຸດບຳລຸງສ້າງການອັບເດັດຄວາມຮູ້ສຳລັບກຳມະການສູນກາງພັກ

(VOVWORLD) - ພິທີອັດຊຸດບຳລຸງສ້າງການອັບເດັດຄວາມຮູ້ສຳລັບກຳມະການສູນກາງພັກໄດ້ດຳເນີນໃນຕອນເຊົ້າວັນທີ 18 ສິງຫາ ຢູ່ຮ່າໂນ້ຍ,
ອັດຊຸດບຳລຸງສ້າງການອັບເດັດຄວາມຮູ້ສຳລັບກຳມະການສູນກາງພັກ - ảnh 1 ອັດຊຸດບຳລຸງສ້າງການອັບເດັດຄວາມຮູ້ສຳລັບກຳມະການສູນກາງພັກ

ດ້ວຍການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກວກເວື້ອງ ແລະ ສຳມະນາກອນ 90 ຄົນຂອງຊຸດບຳລຸງສ້າງແມ່ນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 12.

        ກ່າວຄຳເຫັນທີ່ພິທີອັດ, ທ່ານ ເຈິ່ນກວກເວືອງ ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກຖືວ່າ: ເລື່ອງຈັດຕັ້ງບັນດາຊຸດບຳລຸງສ້າງ,    ອັບເດັດຄວາມຮູ້ໃຫ້ແກ່ບັນດາກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 12 ແມ່ນສະແດງຄວາມເອົາໃຈໃສ່ພິເສດຂອງກົມການເມືອງ, ຄະນະເລຂາສູນກາງພັກໃນການອັບເດັດ, ບຳລຸງສ້າງ, ຍົກສູງຄວາມຮູ້ໃຫ້ບັນດາພະນັກງານຫຼັກແຫຼ່ງ, ຊີ້ນຳນຳພາຜັນຂະຫຍາຍປະຕິບັດໂດຍກົງບັນດາແຜນນະໂຍບາຍແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດຢູ່ບັນດາຂະແໜງການ, ທ້ອງຖິ່ນ, ຫົວໜ່ວຍ. ໝາກຜົນຂອງຊຸດບຳລຸງສ້າງໄດ້ຢືນຢັນການບຳລຸງກໍ່ສ້າງ ແລະ ຝຶກຊ້ອມພະນັກງານແມ່ນໜ້າທີ່ສຳຄັນທີ່ສຸດ, ຕ້ອງໄດ້ດຳເນີນເປັນປະຈຳ, ມີພື້ນຖານ ແລະ ເປັນລະບົບ.

ຕອບກັບ

ຂ່າວ/ບົດ​ອື່ນ