ອັດ​​ຊຸດຮຽນ​ພາ​ສາ​ຫວຽດ​​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ​ກະ​ຊວງ​​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ

(VOVWORLD) -ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນຄວາມສະຫງົບໄດ້ສົມທົບກັບສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ.

ອັດ​​ຊຸດຮຽນ​ພາ​ສາ​ຫວຽດ​​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ​ກະ​ຊວງ​​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ - ảnh 1ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຖ່າຍຮູບກັບບັນດານັກສຳມະນາກອນ 

(ພາບ: TTXVN)

ພາຍຫຼັງການຮ່ຳຮຽນມາເປັນເວລາ 8 ເດືອນ, ນັກຮຽນ 17 ຄົນທັງໝົດສາມາດທັກທາຍດ້ວຍພາສາຫວຽດໄດ້. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວເນັ້ນໜັກວ່າ ການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມແມ່ນສວມບົດບາດສຳຄັນທີ່ສຸດໃນການຮ່ວມມືລະຫວ່າງສອງຝ່າຍ. ດັ່ງນັ້ນ, ເລື່ອງພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ ຮູ້ພາສາຫວຽດ ຈະປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງກຳລັງໃນໄລຍະຈະມາເຖິງ.

ທ່ານ ວັນທອນ ສຸລິສັກ ຮອງຫົວໜ້າກົມປ້ອງກັນຄວາມສະຫງົບລາວເນັ້ນໜັ້ກວ່າ: ບົນພື້ນຖານການພົວພັນພິເສດລະຫວ່າງສອງປະເທດ, ກະຊວງປ້ອງກັນຄວາມສະຫງົບລາວໄດ້ກຳນົດການຮຽນພາສາຫວຽດແມ່ນສິ່ງທີ່ຈຳເປັນທີ່ສຸດ, ປະກອບສ່ວນສຳຄັນເຂົ້າການສົມທົບ ແລະ ຮ່ວມມືດ້ານວີຊາການລະຫວ່າງ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ