ອັດລາຍການແນະນຳສິນຄ້າຫວຽດນາມ-ຄວາມ
ເອກອ້າງທະນົງໃຈສິນຄ້າຫວຽດນາມ
(ພາບປະຊາຊົນ)
(vovworld) – ຕອນເຊົ້າວັນທີ 06/11 ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ອັດລາຍການແນະນຳສິນຄ້າ ຫວຽດນາມ - ຄວາມເອກອ້າງທະນົງໃຈສິນຄ້າ ຫວຽດນາມ ປີ 2016. ໂດຍຜ່ານລາຍການດັ່ງກ່າວ, ເປັນຄັ້ງທຳອິດສານທີ່ວ່າ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ໄດ້ສົ່ງເຖິງຜູ້ອຸປະໂພກບໍລິໂພກນັບລ້ານຄົນ ໂດຍຜ່ານບັນດາພາຫະນະສື່ມວນຊົນທັນສະໄໝ…ລາຍການໃນປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາແຂວງ, ນະຄອນໃນທົ່ວປະເທດ, ບັນດາສະຫະສະມາຄົມວິສາຫະກິດ, ຮ້ານຊັບພະສິນຄ້າຫລາຍຮ້ານ, ສູນການຄ້າໃຫຍ່. ກ່າວຄຳເຫັນທີພິທີອັດ, ທ່ານ ຮ່ວາງກວກເວື້ອງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າເນັ້ນໜັກວ່າ:
“ບັນດາການເຄື່ອນໄຫວໃນລາຍການແມ່ນໂອກາດ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແນະນຳຮູບພາບຂອງວິສາຫະກິດ, ຜະລິດຕະພັນ, ການບໍລິການຂອງຕົນ, ຜ່ານນັ້ນ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ເປີດກ້ວາງການຕະຫລາດເທື່ອລະກ້າວ. ລາຍການໄດ້ກໍ່ສ້າງກາລະໂອກາດດີ ເພື່ອໃຫ້ບັນດາວິສາຫະກິດຊອກຫາຄູ່ຮ່ວມມື, ລູກຄ້າ ເພື່ອສຳຜັດເຕັກໂນໂລຢີກ້າວໜ້າ, ຍົກສູງກຳລັງຄວາມສາມາດການບໍລິຫານ, ຍົກສູງສະມັດຕະພາບການອອກແຮງງານ ແລະ ປະສິດທິຜົນການຜະລິດດຳເນີນທຸລະກິດ”