ອິດສຣາແອນ ແລະ ຮາມາດ ເຫັນດີຢຸດຍິງ ເປັນເວລາ 72 ຊົ່ວໂມງ

ອິດສຣາແອນ ແລະ ຮາມາດ ເຫັນດີຢຸດຍິງ ເປັນເວລາ 72 ຊົ່ວໂມງ - ảnh 1
(ພາບປະກອບ)

(vovworld) –  ອິດສຣາ​ແອນ ​ແລະ ຮາ​ມາດ ​ເຫັນ​ດີ​ຢຸດ​ຍິງ​ເປັນ​ເວລາ 72 ຊົ່ວ​ໂມງ, ຄຳ​ສັ່ງ​ຢຸດ​ຍິງ​ດັ່ງກ່າວ​ໂດຍ​ອີ​ຍີບ ສະ​ເໜີ ​ແລະ ​ເລີ່​ມມີ​ຜົນ​ສັກສິດ​ແຕ່​ເວລາ 08 ​ໂມງ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ (12 ​ໂມງ ທ່ຽງ​ວັນ​ທີ 05/08, ຕາມ​ເວລາ​ຮ່​າ​ໂນ້ຍ). ນີ້​ແມ່ນ​ໝາກຜົນ​ທີ່​ບັນລຸ​ໄດ້​ພາຍຫຼັງ​ການ​ພົບ​ປະຕ່າງໆລະ​ຫວ່າງ​ອີ​ຍີບ ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ. ອິດສຣາ​ແອນ ​ແລະ ຮາ​ມາດ ກໍ່​ຕົກລົງ​ກ່ຽວ​ກັບ​ເລື່ອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຈະ​​ມາ​ກາຍ​ໂຣ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ຄັ້ງຕໍ່​ໄປ. ​ໂຄສົກ​ຂອງ​ຮາ​ມາດ ທ່ານ Sami Abu Zuhri ​ໄດ້​ຢັ້ງຢືນ​ຂະ​ບວນການ​ນີ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ອີ​ຍີບ. ​ໃນ​ຂະນະ​ນັ້ນ,​ ເຈົ້າ​ໜ້າ​ທີ່​ອິດສຣາ​ແອນ ທ່ານ​ໜຶ່ງຖະ​ແຫຼ​ງວ່າ ​ແທນ​ອາ​ວີ​ບ ຈະ​ເຄົາລົບ​ຄຳ​ສັ່ງ​ຢຸດ​ຍິງ​ດັ່ງກ່າວ ​ແລະ ມີ​ຄະນະ​ໜຶ່ງຂອງອິດສຣາ​ແອນ ຈະ​ເດີນທາງ​ໄປ​ເຖິງ​ກາຍ​ໂຣ ​ເພື່ອ​ສືບ​ຕໍ່ການ​ເຈລະຈາ.

        ​ໃນ​ເວລາ 72 ຊົ່ວ​ໂມງນີ້, ຄາດ​ວ່າ ມີ​ຄະນະ​ຜູ້​ແທນ​ປ້ອງ​ກັນ​ຄວາມ​ສະຫງົບອິດສຣາ​ແອນ ຈະ​​ໄປ​​ເຖິງກາຍ​ໂຣ ​ເພື່ອ​ເຈລະຈາ​ກ່ຽວ​ກັບ​ບັນດາ​ເງື່ອນ​ໄຂ​ຢຸດ​ຍິງກັບບັນດາ​ຜູ້ຕາງໜ້າ​ຂອງ​ປາ​ແລດ​ສຕິນ. ປາ​ແລດ​ສຕິນ ຮຽກ​ຮ້ອງ​ຂໍ້​ຕົກລົງ​ດັ່ງກ່າວ​ລວມທັງ​ເລື່ອ​ງ​ເປີດ​​ບັນດາ​ດ່ານ​ຊາຍ​ແດນ​ກັບ​ເຂດ​ກາຊາ ​ແລະ ມອບສົ່ງ​ນັກ​ໂທດ​.

ຂ່າວ/ບົດ​ອື່ນ