ອິດສະຣາ​ແອ​ັນ ຈະ​ປຸກລະດົມ​ສົງຄາມ ຖ້າ​ຫາກ​ບັນດາ​ເຫດ​ຍິງ​ລູກ rocket ຈາກ ກາຊາ ຍັງ​ສືບ​ຕໍ່​ດໍາ​ເນີນ

(VOVWORLD) - ວັນທີ 24 ກຸມພາ, ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໄດ້ກ່າວເຕືອນວ່າ ຈະປຸກລະດົມສົງຄາມ ຖ້າຫາກກະແສຟອງບຸກໂຈມຕີດ້ວຍ rocket ຈາກ ເຂດ ກາຊາ ຍັງສືບຕໍ່ດໍາເນີນ.
ອິດສະຣາ​ແອ​ັນ ຈະ​ປຸກລະດົມ​ສົງຄາມ ຖ້າ​ຫາກ​ບັນດາ​ເຫດ​ຍິງ​ລູກ rocket ຈາກ ກາຊາ ຍັງ​ສືບ​ຕໍ່​ດໍາ​ເນີນ - ảnh 1   ລູກ rocket ຍິງຈາກ ເຂດ ກາຊາ ໃນວັນທີ 24 ກຸມພາ (ພາບ:THX/TTXVN) 

        ໃນສື່ສັງຄົມອອນລາຍ facebook, ທ່ານ Netanyahu ກ່າວເຕືອນກັບ ກຸ່ມ Jihad ແລະ ຂະບວນການປະກອບອາວຸດອິດສະລາມ Hamas ວ່າ ຖ້າຫາກເລື່ອງຍິງລູກ rocket ບໍ່ສິ້ນສຸດລົງຢ່າງຂາດຂັ້ນນັ້ນ, ອິດສະຣາແອັນ ຈໍາເປັນຕ້ອງຜັນຂະຫຍາຍສົງຄາມໃນຂອບຂະໜາດໃຫຍ່ ທີ່ໄດ້ກະກຽມໄວ້ແລ້ວ.

        ລູກ rocket ສ່ວນຫຼາຍທີ່ໄດ້ຍິງຈາກເຂດ ກາຊາ ນັ້ນ ຖືກລະບົບປ້ອງກັນອາກາດ Iron Dome ຂອງ ອິດສະຣາແອັນ ຍິງສະກັດກັ້ນ ແລະ ບໍ່ມີກໍລະນີໃດຖືກຮັບບາດເຈັບ, ແຕ່່ມີລູກໜຶ່ງຍິງໃສ່ເດີນຫຼີ້ນຂອງໂຮງຮຽນລ້ຽງເດັກຢູ່ນະຄອນ Sderot ຢູ່ທາງພາກໃຕ້ ອິດສະຣາແອັນ ແລະ ກໍ່ຜົນເສຍຫາຍທາງດ້ານວັດຖຸ.


ຕອບກັບ

ຂ່າວ/ບົດ​ອື່ນ