ອິດ​ສະ​ລາ​ແອັນ ​ກ່າວ​ຄຳ​ຂ​ໍ​ໂທດ​ຕໍ່​ເຫດ​ສັງ​ຫານ​ສາ​ມັນ​ຊົນ​ປາ​ແລັດ​ສະ​ຕິນ

(VOVWORLD) -ວັນທີ 31 ພຶດສະພາທ່ານ Benny Gantz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ກ່າວສະແດງຄວາມຂໍໂທດຕໍ່ເຫດຕຳຫຼວດອິດສະລາແອັນຍິງຜູ້ຊາຍຄົນໜຶ່ງຊາວປາແລັດສະຕິນ ທີ່ບໍ່ມີອາວຸດ ແລະ ເປັນໂລກຊຶມເສົ້າເສຍຊີວິດ ຢູ່ເຂດຕາເວັນອອກ Jerusalem ໃນວັນທີ 30 ພຶດສະພາ
ອິດ​ສະ​ລາ​ແອັນ ​ກ່າວ​ຄຳ​ຂ​ໍ​ໂທດ​ຕໍ່​ເຫດ​ສັງ​ຫານ​ສາ​ມັນ​ຊົນ​ປາ​ແລັດ​ສະ​ຕິນ - ảnh 1ທະຫານອິດສະລາແອັນ (ພາບ: Reuters/TTXVN) 

ທ່ານ Benny Gantz ໃຫ້ຮູ້ວ່າເຫດການດັ່ງກ່າວຈະໄດ້ຮັບການສືບສວນກ່ອນໜ້ານັ້ນ, ຖະແຫຼງການຂອງຕຳຫຼວດໃຫ້ຮູ້ວ່າຜູ້ປະສົບເຄາະຮ້າຍ ໄດ້ຖື ສິ່ງຂອງທີ່ໜ້າສົງໄສຢູ່ໃນມື ເບິ່ງຄືວ່າມ່ນ ປຶນ”. ບັນດານາຍຕຳຫຼວດໄປລາດຕະເວນຮຽກຮ້ອງໃຫ້ຊາຍຄົນດັ່ງກ່າວຢຸດ ແລະ ຍິງຜູ້ກ່ຽວໃນໄລຍະໄລ່ຕາມ. ເຖິງຢ່າງໃດກໍ່ຕາມ, ຕາມແຈ້ງການຂອງ Ha'aretz        ແລ້ວ, ສິ່ງຂອງຊຶ່ງຕຳຫຼວດເຕື້ອງເຖິງນັ້ນແມ່ນໂທລະສັບມືຖືຂອງຜູ້ປະສົບເຄາະຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ