ອິນເດີຍ ປະກາດເຫດລະເບີດລົດຢູ່ ປ້ອມແດງ (Red Fort) ແມ່ນການກະທຳກໍ່ການຮ້າຍ
(VOVWORLD) - ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ຮຽກໂຮມປະຊຸມດ່ວນຂອງຄະນະກຳມະການຄວາມໝັ້ນຄົງຄະນະລັດຖະບານ (CCS) ເພື່ອຕີລາຄາກ່ຽວກັບສະພາບການ ແລະ ຊີ້ນຳການສືບສວນພາຍຫຼັງສິ້ນສຸດການຢ້ຽມຢາມ ຢູ່ Bhutan.
ສະຖານທີ່ເກີດເຫດ (ພາບ: REUTERS/Adnan Abidi) |
ວັນທີ 12 ພະຈິກ, ລັດຖະບານ ອິນເດຍ ໄດ້ປະກາດເຫດລະເບີດລົດທີ່ເກີດຂຶ້ນໃນຕອນຄ່ຳວັນທີ 10 ພະຈິກ ໃກ້ກັບເຂດປ້ອມແດງ (Red Fort) ຢູ່ນະຄອນ New Delhi ແມ່ນການກະທຳກໍ່ການຮ້າຍ. ຖະແຫຼງການໄດ້ຍົກອອກມາພາຍຫຼັງກອງປະຊຸມ ຄະນະລັດຖະບານ ໂດຍທ່ານ Amit Shah ລັດຖະມົນຕີກະຊວງພາຍໃນເປັນປະທານໃນວັນທີ 12 ພະຈິກ. ກ່ອນໜ້ານັ້ນ, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ຮຽກໂຮມປະຊຸມດ່ວນຂອງຄະນະກຳມະການຄວາມໝັ້ນຄົງຄະນະລັດຖະບານ (CCS) ເພື່ອຕີລາຄາກ່ຽວກັບສະພາບການ ແລະ ຊີ້ນຳການສືບສວນພາຍຫຼັງສິ້ນສຸດການຢ້ຽມຢາມ ຢູ່ Bhutan. ເລື່ອງຢັ້ງຢືນຢ່າງເປັນທາງການວ່າ ນີ້ແມ່ນການກະທຳກໍການຮ້າຍ ໄດ້ອະນຸຍາດໃຫ້ບັນດາອົງການເຈົ້າໜ້າທີ່ນຳໃຊ້ບັນດາມາດຕະການທາງດ້ານນິຕິກຳທີ່ແຂງກວ່າ, ລວມມີການລົບລ້າງທຸກການຍົກເວັ້ນດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງ ແລະ ເລີ່ມຕົ້ນວິວັດການສືບສວນທາງອາຍາ ຕາມກອບກົດໝາຍວ່າດ້ວຍການຕ້ານການກໍ່ການຮ້າຍທີ່ພວມການປະກາດໃຊ້.