ອິນ​ເດຍ ມອບ​ທຶນ​ການ​ສຶກສາປະລິນ​ຍາ​ເອກ​ກ່ຽວກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ 1.000 ທຶນ​ໃຫ້​ແກ່​ນັກ​ສຶກສາ ອາຊຽນ

(VOVWORLD) -ວັນທີ 16 ກັນຍາ, ອິນເດຍ ໄດ້ປະກາດຂໍ້ລິເລີ່ມ ມອບທຶນການສຶກສາປະລິນຍາເອກຈໍານວນ 1.000 ທຶນໃຫ້ແກ່ນັກສຶກສາ ອາຊຽນ ຢູ່ສະຖານບັນເຕັກໂນໂລຢີຂໍ້ມູນຂ່າວສານ (IIT) 23 ແຫ່ງຂອງປະເທດນີ້.
ອິນ​ເດຍ ມອບ​ທຶນ​ການ​ສຶກສາປະລິນ​ຍາ​ເອກ​ກ່ຽວກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ 1.000 ທຶນ​ໃຫ້​ແກ່​ນັກ​ສຶກສາ ອາຊຽນ - ảnh 1 ບັນດາເອກອັກຄະລັດຖະທູດປະເທດອາຊຽນ ປະຈຳອິນເດຍ (ພາບ: baoquocte)

ກ່າວຄໍາເຫັນທີ່ພິທີປະກາດ ທ່ານລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນມະນຸດ Ramesh Pokhriyal Nishank ໃຫ້ຮູ້ວ່າ ທຶນການສຶກສາ 1000 ທຶນນີ້ ມີບົດບາດສໍາຄັນໃນການປັບປຸງການພົວພັນລະຫວ່າງ ອິນເດຍ ກັບບັນດາປະເທດ ອາຊຽນ. ບ້ວງທຶນການສຶກສາດັ່ງກ່າວ ແມ່ນສ່ວນໜຶ່ງຂອງຄໍາໝັ້ນສັນຍາເພີ່ມທະວີການພົວພັນດ້ານວິຊາການສຶກສາກັບບັນດາປະເທດ ອາຊີຕາເວັນອອກ ເຊິ່ງທ່ານນາຍົກລັດຖະມົນຕີ Narendra Modi ໄດ້ຍົກອອກມາໃນປີ 2018. ໂຄງການທຶນການສຶກສາດັ່ງກ່າວມີີມູນຄ່າ ກວ່າ 40 ລ້ານ USD ເຊິ່ງໃນປີ 2019 ມີ 250 ທຶນ, ປີ 2020 ແມ່ນ 300 ທຶນ ແລະ ປີ 2021 ແມ່ນ 450 ທຶນ. ຕາມລັດຖະບານ ອິນເດຍ ແລ້ວ ບ້ວງທຶນການສຶກສາດັ່ງກ່າວ ຈະຈ່າຍຄ່າຮຽນ ແລະ ຄ່າກິນຢູ່ທັງໝົດໃນໄລຍະຫຼາຍສຸດແມ່ນ 5 ປີ ຂອງຫຼັກສູດຮຽນປະລິນຍາເອກ. ບັນດານັກສຶກສາຈະລົງທະບຽນຜ່ານ ປະຕູຖານຂໍ້ມູນຂ່າວດຽວ ແລະ ປະຕິບັດຕາມຂັ້ນຕອນລວມເທົ່ານັ້ນ ເພື່ອລົງທະບຽນເຂົ້າ 1 ໃນຈໍານວນລາຍຊື່ 23 ສະຖາບັນ IIT ຂອງອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ