ອິນເດຍ ສະເຫຼີມສະຫຼອງ 75 ປີແຫ່ງວັນເອກະລາດ

(VOVWORLD) - ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານ 5 ຄຳໝັ້ນສັນຍາ, ເຊິ່ງລວມມີ: “ເປົ້າໝາຍພັດທະນາ ອິນເດຍ ໃນປີ 2047”, “ລົບລ້າງຈິນຕະນາການຫົວເມືອງຂຶ້ນ”, “ມີຄວາມເອກອ້າງທະນົງໃຈກ່ຽວກັບກົກເຄົ້າເຫງົ້າກໍ”, “ເອກະພາບ” ແລະ “ສະຕິ ແລະ ຄວາມຮັບຜິດຊອບຂອງປະຊາຊົນ”.
ອິນເດຍ ສະເຫຼີມສະຫຼອງ 75 ປີແຫ່ງວັນເອກະລາດ - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narenda Modi ກ່າວຄຳເຫັນທີ່ພິທີ (ພາບ:ANI)

ໃນວັນທີ 15 ສິງຫາ, ອິນເດຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນເອກະລາດປະເທດຊາດ (15/8/1947 – 15/8/2022) ຢູ່ເຂດປູຊະນີຍະສະຖານ Red Fotr ທີ່ນະຄອນຫຼວງ ນິວ ເດລີ. ກ່າວຄຳເຫັນທີ່ພິທີໃນຕອນເຊົ້າວັນທີ 15 ສິງຫາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narenda Modi ໄດ້ເນັ້ນໜັກວ່າ: ນີ້ແມ່ນວັນປະຫວັດສາດສຳລັບ ອິນເດຍ ເມື່ອປະເທດນີ້ພວມກ້າວເດີນໄປຕາມເສັ້ນທາງໃໝ່ດ້ວຍຄວາມຕັດສິນໃຈໃໝ່. ໃນບົດຄຳເຫັນທີ່ແກ່ຍາວເປັນເວລາ 82 ນາທີຕໍ່ໜ້າປະຊາຊົນທົ່ວປະເທດ, ການນຳ ອິນເດຍ ໄດ້ຍົກອອກການກຳນົດທິດອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງປະເທດຊາດໃນ 25 ປີຈະມາເຖິງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານ 5 ຄຳໝັ້ນສັນຍາ, ເຊິ່ງລວມມີ: “ເປົ້າໝາຍພັດທະນາ ອິນເດຍ ໃນປີ 2047”, “ລົບລ້າງຈິນຕະນາການຫົວເມືອງຂຶ້ນ”, “ມີຄວາມເອກອ້າງທະນົງໃຈກ່ຽວກັບກົກເຄົ້າເຫງົ້າກໍ”, “ເອກະພາບ” ແລະ “ສະຕິ ແລະ ຄວາມຮັບຜິດຊອບຂອງປະຊາຊົນ”.

        ເນື່ອງໃນໂອກາດນີ້, ວັນທີ 15 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານາທິບໍດີ ອິນເດຍ Droupadi Murmu, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ Narendra Modi, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານສະພາສູງ Jagdeep Dhankhar ແລະ ທ່ານປະທານສະພາຕ່ຳ Om  Birla. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ສົ່ງໂທລະເລກອວຍພອນ ເຖິງທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ