ອິນ​ເດຍ ຫຼຸດ​ຜ່ອນ​ການ​ນຳ​ໃຊ້ ສະ​ກຸນ​ເງິນ USD ໃນ​ການ​ຄ້າ​ສາ​ກົນ, ຍູ້​ແຮງ​ການ​ຊຳ​ລະ​ດ້ວຍ​ສະ​ກຸນ​ເງິນ Rupee

(VOVWORLD) -ອິນເດຍ ຫາກໍ່ປະກາດນະໂຍບາຍການຄ້າຕ່າງປະເທດປີ 2023 ຂອງ ອິນເດຍ (FTP 2023) ໂດຍເລີ່ມມີຜົນສັກສິດແຕ່ວັນທີ 01 ເມສາ ເປັນຕົ້ນໄປ. 
ອິນ​ເດຍ ຫຼຸດ​ຜ່ອນ​ການ​ນຳ​ໃຊ້ ສະ​ກຸນ​ເງິນ USD ໃນ​ການ​ຄ້າ​ສາ​ກົນ, ຍູ້​ແຮງ​ການ​ຊຳ​ລະ​ດ້ວຍ​ສະ​ກຸນ​ເງິນ Rupee - ảnh 1ສະກຸນເງິນ Rupee ຂອງ ອິນເດຍ (ພາບ: Reuters)

ໃນນັ້ນ, ການພົວພັນຊື້ຂາຍດ້ວຍສະກຸນເງິນ Rupee ໄດ້ຮັບຖືວ່າແມ່ນເນື້ອໃນຈຸດສຸມຂອງແຜນການສະບັບໃໝ່ຂອງ ນິວເດລີ ເພື່ອແນໃສ່ຮັບປະກັນຄຸນຄ່າຂອງສະກຸນເງິນດັ່ງກ່າວ ແລະ ອະນຸຍາດໃຫ້ສະກຸນເງິນ Rupee ໄດ້ນຳໃຊ້ເພື່ອຊຳລະການຄ້າສາກົນ.

        ກ່ອນໜ້ານັ້ນ, ບັນດານັກວາງກຳນົດນະໂຍບາຍ ອິນເດຍ ໄດ້ປະຕິບັດບາງຂັ້ນຕອນ ເພື່ອມຸ່ງໄປເຖິງການຫັນຈາກສະກຸນເງິນ USD ໄປນຳໃຊ້ສະກຸນເງິນ Rupee ແລະ ສະກຸນເງິນ Rupee ໃນການພົວພັນການຄ້າກັບ ລັດເຊຍ, ເຊິ່ງເປັນປະເທດທີ່ຖືກລົງໂທດຫຼາຍຢ່າງໃນປັດຈຸບັນ. ມາເລເຊຍ ແມ່ນປະເທດຫຼ້າສຸດທີ່ຕົກລົງໃຫ້ນຳໃຊ້ສະກຸນເງິນ Rupee ສຳລັບການພົວພັນຄ້າຂາຍກັບ ອິນເດຍ. ຂໍ້ລິເລີ່ມນຳໃຊ້ສະກຸນເງິນ Rupee       ໃນການພົວພັນຄ້າຂາຍກັບ ມາເລເຊຍ ແມ່ນເພື່ອແນໃສ່ສ້າງເງື່ອນໄຂສະດວກແກ່ການພັດທະນາການຄ້າ ແລະ ໜູນຊ່ວຍຜົນປະໂຫຍດຂອງປະຊາຄົມການຄ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ