ອິນເດຍ ແລະ ຈີນເຫັນດີເປັນເອກະສັນພ້ອມກັນຮັກສາສະຖຽນລະພາບ

(VOVWORLD) -ສອງຝ່າຍອິນເດຍ ແລະ ຈີນໄດ້ເຫັນດີຮັກສາສະຖຽນລະພາບໃນຂົງເຂດ ຫຼີກລ້ຽງການປະທະການລະຫວ່າງທະຫານ ຂອງສອງປະເທດ
   
     ອິນເດຍ ແລະ ຈີນເຫັນດີເປັນເອກະສັນພ້ອມກັນຮັກສາສະຖຽນລະພາບ - ảnh 1ລົດທະຫານເພວເຄື່ອນໄປຍັງເຂດ ລາດັກ ຂອງອິນເດຍ

   ທີ່ການເຈລະຈາຮອບທີ 11 ພວມດຳເນີນຢູ່ຈູຊຸນ ໃນດິນແດນອິນເດຍ ລະຫວ່າງບັນດາຜູ້ບັນຊາກອງທັບອິນເດຍ ແລະ ຈີນເມື່ອວັນທີ 9 ເມສາ, ສອງຝ່າຍອິນເດຍ ແລະ ຈີນໄດ້ເຫັນດີຮັກສາສະຖຽນລະພາບໃນຂົງເຂດ ຫຼີກລ້ຽງການປະທະການລະຫວ່າງທະຫານ ຂອງສອງປະເທດ. ແຕ່ການເຈລະຈາຮອບຫຼ້າສຸດຍັງບໍ່ສາມາດສ້າງບາດກ້າວບຸກທະລຸ ແນໃສ່ແກ້ໄຂຄຕວາມເຄັ່ງຕຶງຢູ່ເຂດຊາຍແດນ ລະຫວ່າງອິນເດຍແລະຈິນຢ່າງເຖິງຖອງ ກໍ່ຄືຟື້ນຟູສະພາບເດີມຄືກ່ອນເດືອນເມສາປີ2020. ປັດຈຸບັນບັນຫາທີ່ຍັງຄົງຄ້າງລະຫວ່າງອິນເດຍແລະຈີນ ແມ່ນເລື່ອງຖອນທະຫານອອກຈາກບັນດາສະຖານທີ່ເກີດການປະທະກັນໃນເຂດຮອ໊ດສະປຣິງ, ໂກກະຣາ ແລະ ແດັບຊາງ ຢູ່ທາງທິດຕາເວັນອອກເຂດດິນແດນສະຫະພັນ ລາດັກ ຂອງອິນເດຍ. ສະຖານທີ່ເຫຼົ່ານີ້ແມ່ນນອນລຽບຕາມບໍລິເວນທາງຄວບຄຸມຕົວຈິງ.  

ຕອບກັບ

ຂ່າວ/ບົດ​ອື່ນ