ອິນເດຍ ແລະ ອາຊຽນ ສະໜັບສະໜູນການຮັກສາສັນຕິພາບ ຢູ່ທະເລຕາເວັນອອກສ່ຽງໃຕ້

(VOVWORLD) -ອິນເດຍ ເປັນເພື່ອນທີ່ຍາວນານ, ເປັນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ຮັບຮູ້ການປະກອບສ່ວນຂອງ ອິນເດຍໃນພາກພື້ນ ເພື່ອສັນຕິພາບ ແລະ ສະຖຽນລະພາບ.
ອິນເດຍ ແລະ ອາຊຽນ ສະໜັບສະໜູນການຮັກສາສັນຕິພາບ ຢູ່ທະເລຕາເວັນອອກສ່ຽງໃຕ້ - ảnh 1 ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້້ງທີ 16  (ພາບ: TTXVN)

ວັນທີ 3 ພະຈິກ, ຢູ່ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້້ງທີ 16 ຢູ່ ບາງກອກ, ປະເທດ ໄທ ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ Narendra Modi, ບັນດາປະເທດ ອາຊຽນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງ ອິນເດຍໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບັນດາການນໍາ ອາຊຽນ ກໍສະແດງໃຫ້ເຫັນວ່າ ອິນເດຍ ເປັນເພື່ອນທີ່ຍາວນານ, ເປັນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ຮັບຮູ້ການປະກອບສ່ວນຂອງ ອິນເດຍໃນພາກພື້ນ ເພື່ອສັນຕິພາບ ແລະ ສະຖຽນລະພາບ. ບັນດາການນໍາອາຊຽນ ກໍເວົ້າກ່ຽວກັບຫຼາຍຈຸດທີ່ຄ້າຍຄືກັນ ເຊິ່ງຕາມເຂົາເຈົ້າແມ່ນວິໄສທັດຂອງ ອິນເດຍ ກ່ຽວກັບ ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ, ລວມທັງທັດສະນະດ້ານຄວາມໝັ້ນຄົງ ແລະ ການເຕີບໂຕຂອງທຸກຝ່າຍ.

        ຕາມທ່ານນາງ Thakur Singh, ເລຂາຝ່າຍຕາເວັນອອກ ຂຶ້ນກັບ ກະຊວງການຕ່່າງປະເທດ ອິນເດຍ ແລ້ວ, ບັນດາການນໍາ ອິນເດຍ ແລະ ອາຊຽນ ໄດ້ປຶກສາຫາລືກ່ຽວກັບການຮັກສາ ແລະ ຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມປອດໄພຢູ່ທະເລຕາເວັນອອກ; ແລກປ່ຽນກ່ຽວກັບບົດບາດແຖວໜ້າຂອງ ອິນເດຍໃນການຍົກສູງກໍາລັງຄວາມສາມາດ, ນັບທັງໃນຂົງເຂດກະສິກໍາ ແລະ ສະແດງຄວາມສົນໃຈຕໍ່ການເພີ່ມທະວີການພົວພັນຄູ່ຮ່ວມມືໃນຂົງເຂດເດີນເຮືອ ແລະ ເຄືອຂ່າຍອິນເຕີແນັດ. ນອກຈາກນັ້ນ, ບັນດາບັນຫາກ່ຽວກັບລັດທິກໍ່ການຮ້າຍ, ລັດທິຫົວຮຸນແຮງ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ກໍໄດ້ນໍາມາປຶກສາຫາລື ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ