ອີນເຕີເນັດຈະປະກອບຈຳນວນເງິນ5,1ຕື້USDເຂົ້າGDPຂອງຫວຽດນາມໃນ5ປີຈະມາເຖິງ

ອີນເຕີເນັດຈະປະກອບຈຳນວນເງິນ5,1ຕື້USDເຂົ້າGDPຂອງຫວຽດນາມໃນ5ປີຈະມາເຖິງ - ảnh 1
ພາບປະກອບ

(vovworld) – ຕາມ​ສາດສະ​ດາ​ຈານ Oliver Salmon, ນັກ​ຊ່ຽວຊານ​ເສດຖະກິດ​ຂັ້ນ​ສູງຂອງ Oxford Economics (​ເຊິ່ງ​ແມ່ນ​ບໍລິສັດ​ທີ່​ປຶກສາ​ ​ແລະ ຄາດ​ຄະ​ເນ​​ເສດຖະກິດ​ເອກະລາດ​ທົ່ວ​ໂລກ) ​ແລ້ວ, ​ເລື່ອງ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ອີນ​ເຕີ​ເນັດ​ເຄື່ອນ​ທີ​ຄາດ​ວ່າ​ໄດ້​ປະ​ກອບ​ເພີ່ມ​ທະວີ GDP ຕື່ມ​ອີກ 3,7 ຕື້ USD ​ໃນ 5 ປີ​ຜ່ານ​ມາ​ຢູ່ ຫວຽດນາມ. ຂໍ້​ມູນ​ຂ່າວ​ນີ້​​ໂດຍ​ທ່ານ Oliver Salmon ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ປະກາດ​ໝາກຜົນ​ຂອງ​ການ​ຄົ້ນ​ຄ້ວາ​ຜົນ​ກະທົບ​ຂອງ ອິນ​ເຕີ​ເນັດ​ເຄື່ອນ​ທີ​ເຖິງພື້ນຖານເສດ​ຖະກິດ​ໂດຍ​ສະຫະ​ສະມາຄົມ​ການ​ຄ້າ ອາ​ເມ​ລິ​ກາ (Amcham) ​ແລະ Google ຈັດ​ຕັ້ງ​ຫວ່າງ​ແລ້ວ​ນີ້. ທ່ານ​ສາດສະດາຈານ Oliver Salmon​ ​ໄດ້​ຄັດ​ສະ​ເໜີ​ໝາກຜົນ​ຈາກ​ການ​ຄົ້ນ​ຄ້ວາ​ຂອງ Oxford Economics  ສະ​ແດງ​ໃຫ້​ເຫັນ​ວ່າ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ການ​ນຳ​ໃຊ້​ອິນ​ເຕີ​ເນັດ​ເຄື່ອນ​ທີ​ຂອງ ຫວຽດນາມ ​ໄດ້ລື່ນ​ກາຍ​​ລະດັບ​ສະ​ເລ່ຍຂອງ​ກຸ່ມ​ບັນດາ​ປະ​ເທດ​ມີ​ລາຍ​ຮັບ​​ທຽບ​ເທົ່າ​ກັບ ຫວຽດນາມ ຫຼາຍ. ລະດັບ​ເຕີບ​ໂຕ​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ​ເຄື່ອນ​ທີ​ນັບ​ແຕ່​ປີ 2010 ​ໄດ້​ປະກອບ​ຈຳນວນ​ເງິນ 3,7 ຕື້USD ​​ເຂົ້າ GDP ​ແລະ ສ້າງ​ວຽກ​ເຮັດ​ງານ​ທ​ຳ​ໃໝ່​ເກືອບ 140.000 ວຽກໃຫ້​ແກ່ ຫວຽດນາມ, ​ເທ​ົ່າກັບ 6,4% ລະ​ດັບ​ເຕີບ​ໂຕ GDP. ບັນດາ​ນັກ​ຄົ້ນ​ຄ້ວາຂອງ Oxford Economics ຖື​ວ່າ: ​ໃນ​ອະນາຄົດ, ລະ​ດັບ​​ເຕີບ​​ໂຕ​ຂອງ​ອິນ​ເຕີ​ເນັດ​ເຄື່ອນ​ທີ​ຢູ່ ຫວຽດນາມ ຈະ​ເທົ່າ​ກັບ​ລະດັບ​ເຕີບ​ໂຕ​ຂອງພາກ​ພື້ນ. ການ​ຄາດ​ຄະ​ເນ​ສະ​ແດງ​ໃຫ້​ເຫັນ​ວ່າ: ລະດັບຜູ້ນຳ​ໃຊ້​ອິນ​ເຕີ​ເນັດ​ເຄື່ອນ​ທີຈະ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ແຕ່​ນີ້​ຮອດ​ປີ 2020 (ປະມານ 80%). ການ​​ເຕີບ​ໂຕ​ດ້ານ​ເຕັກ​ໂນ​ໂລ​ຢີນີ້​ຈະປະ​ກອບສ່ວນ​ຍົກ​ສູງ GDP ຕື່ມ​ອີກ 5,1 ຕື້ USD ​ໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ