ອີ​ຢູ ຊຸກ​ຍູ້​ການ​ຮັບ​ປະ​ກັນ​ລັກ​ສະ​ນະ​ເຄົາ​ລົບ​ປະ​ຕິ​ບັດ​ກົດ​ໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ເມື່ອບໍ່ດົນມານີ້, ສາມປະເທດ ອັງກິດ, ຝລັ່ງ, ເຢຍລະມັນ (E3) ໄດ້ສົ່ງສານເຖິງ ສປຊ ສະແດງທັດສະນະຮ່ວມກ່ຽວກັບບັນຫາທະເລຕາເວັນອອກ. 
ອີ​ຢູ ຊຸກ​ຍູ້​ການ​ຮັບ​ປະ​ກັນ​ລັກ​ສະ​ນະ​ເຄົາ​ລົບ​ປະ​ຕິ​ບັດ​ກົດ​ໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ການກະທຳຂອງ ຈີນ ຢູ່ ທະເລຕາເວັນອອກ (ພາບ: Reuters/TTXVN) 

ຕາມບັນດາຜູ້ຊ່ຽວຊານ ສາທາລະນະລັດ ເຊັກໂກ ແລ້ວ, ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ອີຢູ ນັບມື້ນັບມີຄວາມສົນໃຈ ແລະ ຊຸກຍູ້ແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ ຜ່ານກົດໝາຍສາກົນ ແນໃສ່ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອຢູ່ທະເລ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

        ທ່ານ ປອ Takashi Hosoda, ນັກຊ່ຽວຊານຄົ້ນຄວ້າຄວາມໝັ້ນຄົງ ອາຊີ - ປາຊີຟິກ ສັງກັດມະຫາວິທະຍາໄລສັງລວມ Charles ຖືວ່າ ຈີນ ບໍ່ມີພື້ນຖານດ້ານນິຕິທຳ  ເພື່ອຮຽກທວງອະທິປະໄຕສຳລັບບໍລິເວນທັງໝົດຢູ່ທະເລຕາເວັນອອກ ຕາມຄວາມຮຽກທວງ “ເສັ້ນ 9 ຕອນ” ເພາະໃນປີ 2016, ສານກຳມະການປະຈຳການ ສປຊ (PCA) ໄດ້ອອກຄຳຕັດສິນກ່ຽວກັບກໍລະນີ ຮ້ອງຟ້ອງຈີນ ຂອງ ຟີລິບປິນ, ໃນນັ້ນໄດ້ຢັ້ງຢືນ ການຖະແຫຼງປະກາດອະທິປະໄຕຂອງຈີນ ສຳລັບ ທະເລຕາເວັນອອກ ແມ່ນຜິດກົດໝາຍສາກົນ.

        ທ່ານ Takashi Hosoda  ສະໜັບສະໜູນ ເລື່ອງ E3 ເມື່ອບໍ່ດົນມານີ້ໄດ້ສົ່ງສານສະແດງທັດສະນະຮ່ວມກ່ຽວກັບບັນຫາທະເລຕາເວັນອອກທີ່ສອດຄ່ອງກັບກົດໝາຍສາກົນ.  ຕາມທ່ານແລ້ວ, ຍ້ອນເຢຍລະມັນ ແລະ ຝລັ່ງ ແມ່ນສອງປະເທດມີບົດບາດສຳຄັນໃນການສ້າງນະໂຍບາຍຮ່ວມຂອງ ອີຢູ ໃຫ້ເປັນຮູບປະທຳ, ດັ່ງນັ້ນບັນດາການກະທຳດັ່ງກ່າວຂອງກຸ່ມ E3 ແມ່ນສັນຍານທີ່ບົ່ງບອກໃຫ້ເຫັນວ່າ ອີຢູ ນັບມື້ນັບມີຄວາມສົນໃຈ ແລະ ຊຸກຍູ້ການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ຮັບປະກັນຄວາມໝັ້ນຄົງ, ປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ