ອີ​ຢູ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ເປັນ​ພ​ິ​ເສດ​ກ່ຽວ​ກັບ​ສະ​ພາບ​ການ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງກວ່າ​ເກົ່າ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ​ຢູ່ ອ​າບ​ກາ​ນິດ​ສະ​ຖານ

(VOVWORLD) -ສະຫະພາບເອີຣົບ (ອີຢູ) ວັນທີ 14 ສິງຫາ ໄດ້ສະແດງຄວາມວິຕົກກັງວົນເປັນພິເສດກ່ຽວກັບສະພາບການທີ່ນັບມື້ນັບຮ້າຍແຮງກວ່າຂອງແມ່ຍິງ ແລະ ເດັກຍິງຢູ່ ອາບການິດສະຖານ ພາຍຫຼັງທີ່ ອຳນາດການປົກຄອງ ຕາລີບານ ມີການກະທຳປາບປາມຢ່າງຮຸນແຮງໃນການເດີນຂະບວນຂອງແມ່ຍິງ.
ອີ​ຢູ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ເປັນ​ພ​ິ​ເສດ​ກ່ຽວ​ກັບ​ສະ​ພາບ​ການ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງກວ່າ​ເກົ່າ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ​ຢູ່ ອ​າບ​ກາ​ນິດ​ສະ​ຖານ - ảnh 1ແມ່ຍິງ ອາບການິດສະຖານ ກັບຊຸດອາພອນ Burqa (ພາບ: AFP/TTXVN)

ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ) ຊີ້ແຈ້ງວ່າ ອາບການິດສະຖານ ຕ້ອງປະຕິບັດບັນດາຂໍ້ຜູກພັນໃນສັນຍາສາກົນ ເຊິ່ງປະເທດນັ້ນເປັນສະມາຊິກ, ລວມມີການຮັກສາ ແລະ ປົກປ້ອງສິດທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ພົນລະເຮືອນ ແລະ ການເມືອງ, ພ້ອມທັງອະນຸຍາດໃຫ້ປະຊາຊົນ ອາບການິດສະຖານ ໄດ້ມີໜ້າເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບໃນການບໍລິຫານປະເທດຊາດ. ຖະແຫຼງການດັ່ງກ່າວກໍໄດ້ເນັ້ນໜັກວ່າ ອາບການິດສະຖານ ບໍ່ໄດ້ກໍຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງບໍ່ວ່າປະເທດໃດຕາມມະຕິຂອງສະພາຄວາມໝັ້ນຄົງ ສປຊ. ຖະແຫຼງການຂອງ ອີຢູ ຢັ້ງຢືນວ່າ ເລື່ອງກຸ່ມນີ້ໃຫ້ການຊ່ວຍເຫຼືອມະນຸດສະທຳໂດຍພື້ນຖານໃຫ້ແກ່ປະຊາຊົນ ອາບການິດສະຖານ ແມ່ນຂຶ້ນກັບ ປັດໄຈ ອາບການິດສະຖານ ແມ່ນປະເທດທີ່ມີສະຖຽນລະພາບ, ສັນຕິພາບ ແລະ ວັດທະນາຖາວອນ ແລະ ຕາລີບານ ຕ້ອງຮັກສາຫຼັກການມະນຸດສະທຳ, ພິເສດແມ່ນສິດຂອງແມ່ຍິງ, ເດັກຍິງ ແລະ ຊາວເຜົ່າສ່ວນໜ້ອຍ.


ຕອບກັບ

ຂ່າວ/ບົດ​ອື່ນ